ໄປທ່ຽວກັນແລ້ວບໍ່? ນຳ້ຕົກຕາດຫ້ວຍສະເຄັ່ງ
ກົດແຊຣ໌ “ໃຜວ່າຊຽງຮ່ອນເສົ້າ ເຊົາເດີຢ່າຟ້າວວ່າ ບາດເມືອຢາມຮອດແລ້ວ ໃຈແກ້ວບໍ່ຢາກລາ..” ກ່ອນທີ່ຈະກ້າວຂາເຂົ້າສູ່ເມືອງຊຽງຮ່ອນ ຫຼາຍຄົນກໍມັກຈະວາດພາບເຖິງຄວາມທຸລະກັນດານ ແລະ ດ້ອຍພັດທະນາ ແຕ່ພໍມາຮອດແລ້ວກໍເຖິງກັບເອີ່ຍປາກອອກວ່າບໍ່ຢາກຈາກໜີ ເພາະຕິດໃຈໃນມົນສະເໜ່ເມືອງເໜືອທີ່ເຕັມໄປດ້ວຍມົນຂັງວິຖີຊີວິດແບບພື້ນບ້ານຫຼາຍສີສັນ. ນອກນັ້ນ, ສະຖານທີ່ທ່ອງທ່ຽວພາຍໃນເມືອງກໍຄົງຄວາມງົດງາມໄວ້ບໍ່ແມ່ນໜ້ອຍເຊັ່ນດຽວກັນ. ມື້ນີ້ພວກເຮົາ ຈະພາທ່ານໄປຮູ້ຈັກມົນສະເໜ່ທຳມະຊາດເມືອງເໜືອ ກັບ “ນຳ້ຕົກຕາດຫ້ວຍສະເຄັ່ງ” ທີ່ຕັ້ງຢູ່ບ້ານດົງ ຫ່າງຈາກເທດສະບານເມືອງປະມານ 30
Read more