ເມືອງຊຽງຮ່ອນຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານການຂ້າສັດ-ຂາຍຊີ້ນ,ຊື້ສັດສົ່ງອອກ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024

ກົດແຊຣ໌

ກອງປະຊຸມການຈັດຕັ້ງປະຕິບັດວຽກງານການຂ້າສັດ-ຂາຍຊີ້ນ,ຊື້ສັດສົ່ງອອກ 3 ເດືອນຕົ້ນປີ ແລະ ທິດທາງແຜນການ3ເດືອນທ້າຍປີ2024 ກອງປະຊຸມໄດ້ຈັດຂື້ນໃນວັນທີ 5 ເມສາ 2024ຜ່ານມາ ໂດຍການເປັນປະທານຂອງທ່ານ ຊົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ມີຄະນະກຳມະການຂັ້ນເມືອງ ຜູ້ປະກອບການ ກຸ່ມເກັບຊື້ສັດສົ່ງອອກແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຄຳແພງ ພົມມະວົງ ຫົວໜ້າໜ່ວຍງານ ລ້ຽງສັດ ແລະ ການປະມົງ ຫ້ອງການກິກຳ ແລະ ປ່າໄມ້ເມືອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານການຂ້າສັດ-ຂາຍຊີ້ນ,ຊື້ສັດສົ່ງອອກ 3 ເດືອນຕົ້ນປີ ແລະ ທິດທາງແຜນການ3ເດືອນທ້າຍປີ2024 ທ່ານໄດ້ກ່າວວ່າ: ໃນໄລຍະ ຜ່ານມາໂດຍປະຕິບັດຕາມແຜນພັດທະນາເສດຖະກິດຂອງເມືອງ ແລະ ກົນໄກເສດຖະກິດຕະຫຼາດທີ່ມີການຂະຫຍາຍຕົວເຊິ່ງແນໃສ່ການຄຸ້ມຄອງການຊື້ສັດ, ຂ້າສັດ-ຂາຍຊີ້ນປ້ອນຕະຫຼາດຢູ່ພາຍໃນເມືອງ, ການເກັບຊື້ສັດ-ຂາຍສັດ ເພື່ອສົ່ງອອກ ທົ່ວເມືອງມີສັດລ້ຽງທັງໝົດ 616,694 ໂຕ, ໃນນັ້ນ ມີຄວາຍ 3.416 ໂຕ, ງົວ 19.793 ໂຕ, ໝູ 3.413 ໂຕ, ແບ້ 1.307 ໂຕ, ໝາ 2.011 ໂຕ, ແມວ 1.923 ໂຕ, ສັດປີກ 584.831 ໂຕ, ເພື່ອຮັບປະກັນໃຫ້ແກ່ການສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ແລະ ການບໍລິໂພກຂອງສັງຄົມຢູ່ພາຍໃນເມືອງ. ການເກັບຊື້ສັດສົ່ງສັດອອກຕ່າງເມືອງໃນໄລຍະ 3 ເດືອນຜ່ານມີການເກັບຊື້ສັດໃຫຍ່ ເພື່ອສົ່ງອອກມີຈໍານວນ 5 ຄັ້ງ ມີຈຳນວນ 127 ໂຕ, ງົວ 126ໂຕ , ຄວາຍ 1 ໂຕ, ໃນ 3ເດືອນວຽກງານໜ່ວຍຂ້າສັດ-ຂາຍຊີ້ນປ້ອນຕະຫຼາດ ຜ່ານການຕິດຕາມ, ກວດກາການຂ້າສັດ-ຂາຍຊີ້ນປ້ອນຕະຫຼາດຢູ່ພາຍໃນເມືອງ ສາມາດສະຫຼູບໄດ້ດັ່ງນີ້: ໄດ້ມີການເປີດກອງປະຊຸມສະຫຼູບປະຈໍາປີ ແລະ ກໍານົດຜູ້ປະກອບການດໍາເນີນທຸລະກິດຂ້າສັດ-ຂາຍຊີ້ນ ມີຜູ້ປະກອບມີ4 ທ່ານຜ່ານມາການຕິດຕາມກວດກາການຂ້າສັດ-ຂາຍຊີ້ນປ້ອນຕະຫຼາດສາມາດສະຫຼູບໄດ້ມີທັງໝົດ 1,020ໂຕ ໃນນັ້ນມີ ງົວຈໍານວນ 337ໂຕ, ຄວາຍຈໍານວນ 41ໂຕ ແລະ ໝູ642 ໂຕ. ເຊິ່ງໄດ້ກຳນົດລາຄາຊີ້ນຄື: ຊີ້ນງົວ-ຄວາຍ ຊີ້ນປະເພດ1ລາຄາ95,000ກີບ/ກິໂລ, ຊີ້ນປະເພດ2 (ຊີ້ນປະສົມ) ລາຄາ 90,000ກີບ/ກິໂລ, ເຄື່ອງໃນ ລາຄາ 95,000ກີບ/ກິໂລ, ກະດຸກລາຄາ 30,000 ກີບ/ກິໂລ, ຫນັງລາຄາ 25,000 ກີ/ກິໂລ, ແລະ ຊີ້ນໝູ ຊີ້ນຂາ, ຊີ້ນປະສົມ, ເຄື່ອງໃນລວມ ລາຄາ80,000ກີບ/ກິໂລ, ຫົວຕີນ ລາຄາ 35,000 ກີບ/ກິໂລ, ນໍ້າມັນ 25,000/ກິໂລ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ເພື່ອເປັນທິດທາງແຜນການໃນຕໍ່ໜ້າໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງດີຂື້ນ.
ໂດຍ: ຖວທ ເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *