ເມືອງຊຽງຮ່ອນແຂວງໄຊຍະບູລີ ໄດ້ຈັດປາຖະກະຖາເລົ່າຄືນມູນກຳລັງ ປກສ ຄົບຮອບ 63 ປີ

ກົດແຊຣ໌

ເມືອງຊຽງຮ່ອນແຂວງໄຊຍະບູລີ ໄດ້ຈັດປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ 5 ເມສາ ຄົບຮອບ 63 ປີ 5 ເມສາ 1961 – 5 ເມສາ 2024 ຂື້ນໃນວັນທີ 5 ເມສາ 2024ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດປາຖະກະຖາຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ ມີການນຳຂອງເມືອງ ພະນັກງານອາວຸດໂສບຳນານ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ຕະຫຼອດຮອດຄະນະພັກຄະນະບັນຊາ ແລະ ກຳລັງປ້ອງກັນຄວາມສະຫງົບເຂົ້າຢ່າງພ້ອມພຽງ.

ວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນວັນປະຫວັດສາດສຳຄັນຂອງຊາດຂອງພັກຂອງກຳລັງ ປກສ ທີ່ໝູນມາບັນຈົບຄົບຮອບ ອິກວາລະໜຶ່ງເຊິ່ງປີນີ້ຄົບຮອບ 63 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດ ປະຕິວັດອັນແຫລມຄົມ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງຮອບດ້ານ; ເປັນກຳລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ,ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ຕ້ານຈັກກະພັດຜູ້ຮຸກຮານ, ມີນ້ຳໃຈເສຍສະຫຼະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ເພື່ອສືບຕໍ່ເສີມຂະຫຍາຍທາດແທ້-ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຕ້ອງສຸມໃສ່ດັ່ງນີ້: ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານການເມືອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມໃຫ້ໜັກແໜ້ນ, ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ ແລະ ກາຍເປັນໜ້າທີ່ຂອງທົ່ວປວງຊົນຢ່າງແທ້ຈິງ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ຈຳກັດ ແລະ ສະກັດກັ້ນໜໍ່ແໜງພາໃຫ້ກະທົບຕໍ່ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ກໍຄື: ຕໍ່ຄວາມໝັ້ນຄົງການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ໃນໂອກາດນີ້ຍັງໄດ້ປະດັບຊັ້ນໃຫ້ນາຍຕຳຫຼວດພາຍໃນກົມກອງຈຳນວນ 15 ສະຫາຍຄື: ພັຕ ຂື້ນ ພັທ 2 ສະຫາຍ. ຮ້ອຍເອກ ຂື້ນ ພັຕ ຈຳນວນ 2 ສະຫາຍ , ຮທ ຂື້ນ ຮ້ອຍເອກ 3 ສະຫາຍ ແລະ ຮຕ ຂື້ນ ຮທ 8 ສະຫາຍ ແລະ ໂອກາດດຽວກັນນັ້ນບັນດາຫ້ອງການ,ກົມກອງຕ່າງໆພາຍໃນເມືອງຍັງໄດ້ນຳເອົາກະຕ໋າດອກໄມ້ ແລະ ຂອງຂວັນມາມອບໃຫ້ ກຳລັງປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ດ້ວຍບັນຍາກາດເບີກບານມ່ວນຊື່ນ.

ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ

020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *