ໄປທ່ຽວກັນແລ້ວບໍ່? ນຳ້ຕົກຕາດຫ້ວຍສະເຄັ່ງ

ກົດແຊຣ໌

ໃຜວ່າຊຽງຮ່ອນເສົ້າ ເຊົາເດີຢ່າຟ້າວວ່າ ບາດເມືອຢາມຮອດແລ້ວ ໃຈແກ້ວບໍ່ຢາກລາ..” ກ່ອນທີ່ຈະກ້າວຂາເຂົ້າສູ່ເມືອງຊຽງຮ່ອນ ຫຼາຍຄົນກໍມັກຈະວາດພາບເຖິງຄວາມທຸລະກັນດານ ແລະ ດ້ອຍພັດທະນາ ແຕ່ພໍມາຮອດແລ້ວກໍເຖິງກັບເອີ່ຍປາກອອກວ່າບໍ່ຢາກຈາກໜີ ເພາະຕິດໃຈໃນມົນສະເໜ່ເມືອງເໜືອທີ່ເຕັມໄປດ້ວຍມົນຂັງວິຖີຊີວິດແບບພື້ນບ້ານຫຼາຍສີສັນ. ນອກນັ້ນ, ສະຖານທີ່ທ່ອງທ່ຽວພາຍໃນເມືອງກໍຄົງຄວາມງົດງາມໄວ້ບໍ່ແມ່ນໜ້ອຍເຊັ່ນດຽວກັນ.
ມື້ນີ້ພວກເຮົາ ຈະພາທ່ານໄປຮູ້ຈັກມົນສະເໜ່ທຳມະຊາດເມືອງເໜືອ ກັບ “ນຳ້ຕົກຕາດຫ້ວຍສະເຄັ່ງ” ທີ່ຕັ້ງຢູ່ບ້ານດົງ ຫ່າງຈາກເທດສະບານເມືອງປະມານ 30 ກິໂລແມັດ, ເປັນນຳ້ຕົກທີ່ໄຫຼຜ່ານບ້ານຫ້ວຍສະເຄັ່ງເຊິ່ງມີລວງສູງເຖິງ 28 ແມັດ.
ມີປະຫວັດທີ່ເລົ່າກັນມາຫຼາຍເຊັ່ນຄົນວ່າ: ໃນເມື່ອກ່ອນ ມີເຄືອໝາກແຫຼະໃຫຍ່, ມີເສັ້ນຜ່າສູນກາງປະມານ 50 ຊັງຕີແມັດ, ສິ່ງທີ່ອັດສະຈັນອັນໜຶ່ງແມ່ນໃນເມື່ອກ່ອນມີຖຳ້ນ້ອຍຢູ່ໃກ້ກັບນຳ້ຕົກ, ຢູ່ໃນຖຳ້ມີຄ້ອງບັ້ງ ທີ່ບັນຈຸເງິນໝັນ, ເງິນຮາງ ເມື່ອເວລາຈະມີຝົນຕົກໜັກ ຫຼື ຟ້າແລ້ງ ກໍຈະໄດ້ຍິນສຽງຄືຊ້າງຮ້ອງ ດັງອອກມາຈາກຄ້ອງນັ້ນເພື່ອເປັນການເຕືອນເຫດການທາງທຳມະຊາດ.
ໃນປັດຈຸບັນ, ນຳ້ຕົກຕາດຫ້ວຍສະເຄັ່ງ ເປັນນຳ້ຕົກຕາດທີ່ມີນຳ້ໃສໄຫຼເຢັນ ເໝາະແກ່ການມາທ່ຽວຊົມ ຫຼື ລົງອາບນຳ້. ນອກຈາກນີ້, ຢູ່ບໍລິເວນນຳ້ຕົກ ຍັງມີຕົ້ນໄມ້ທີ່ໃຫ້ຄວາມຮົ່ມເຢັນ ແລະ ເປັນທີ່ຢູ່ອາໄສຂອງສັດປ່າ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *