ສະຫຼຸບວຽກງານອົງການປົກຄອງເມືອງ ປະຈໍາເດືອນເມສາ

        ກອງປະຊຸມອົງການປົກຄອງເມືອງປະຈຳເດືອນເມສາ ແລະທິດທາງແຜນການເດືອນພຶດສະພາ 2023 ໄດ້ຈັດຂື້ນໃນວັນທີ 11 ພຶດສະພາ 2023ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີກຳມະການປະຈຳ ກຳມະການພັກເມືອງ ຫົວໜ້າຫ້ອງການ ກົມກອງອ້ອມຂ້າງເມືອງ ແລະ ອົງການປົກຄອງບ້ານທົ່ວເມືອງເຂົ້າຮ່ວມ.       

Read more

ທ່ານເຈົ້າເມືອງລົງຊຸກຍູ້ຕິດຕາມການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນບ້ານ ແກສີພົມ

         ໃນວັນທີ 9 ພຶດສະພາ 2023ນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ລົງຊຸກຍູ້ ຕິດຕາມ ການກໍ່ສ້າງເສັ້ນທາງປູຢາງ2 ຊັ້ນ ບ້ານ ແກ່ສີພົມ ມີຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ

Read more

ເຊື່ອມຊຶມເອກະສານການແກ້ໄຂບັນຫາຢາເສບຕິດ ແລະ ຄຳສັ່ງ ການປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ຜູ້ນຳໃຊ້ພາຫະນະທຸກປະເທດແບບບໍ່ຖືກຕ້ອງ

ກອງປະຊຸມເຊື່ອມຊຶມເອກະສານວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຄຳສັ່ງ ວ່າດ້ວຍ ການກວດກາ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ຜູ້ນຳໃຊ້ພາຫະນະທຸກປະເທດແບບບໍ່ຖືກຕ້ອງ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 24 ພະຈິກ 2021ນີ້ ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີບັນດາທ່ານຄະນະປະຈຳພັກເມືອງກຳມະການເມືອງ

Read more

ມອບ-ຮັບເຂົ້າສານໃຫ້ຜູ້ຖືກຜົນກະທົບໄພນໍ້າຖ້ວມ

        ໃນວັນທີ 23 ພະຈິກ 2021ນີ້ ຢູ່ ບ້ານ ແກ່ນ ເມືອງຊຽງຮ່ອນ ໄດ້ຈັດພິທີ ການແຈກຢາຍເຂົ້າສານໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການມອບຂອງທ່ານ ໜູເກນ ພັນລັກ  ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ

Read more

ການປຶກສາຫາລືຜົນກະທົບ ແລະ ການກໍ່່ສ້າງຕໍ່່ເຕີມຊົນລະປະທານນໍ້າຄອມ2

       ກອງປະຊຸມປຶກສາຫາລືຜົນກະທົບການກໍ່່ສ້າງຕໍ່່ເຕີມສັນຝາຍຊົນລະປະທານນໍ້າຄອມ2 ໄດ້ຈັດຂື້ນໃນວັນທີ 15 ຕຸລາ 2021ນີ້ ຢູ່ທີ່ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຍຢາທໍ ຮອງເຈົ້າເມືອງໆຊຽງຮ່ອນ ຜູ້ຊີ້ນໍາວຽກງານເສດຖະກິດ ມີບັນດາຫົວໜ້າຫ້ອງການ ຄະນະກຳມະການຮັບຜິດຊອບໂຄງການ, ອົງການປົກຄອງບ້ານ ແລະ ຜູ້ໄດ້ຮັບຜົນກະທົບເຂດດັ່ງກ່າວເຂົ້າຮ່ວມ.

Read more

ເຜີຍແຜ່ສື່ສັງຄົມອອນລາຍໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ

ເມືອງຊຽງຮ່ອນໄດ້ຈັດກອງປະຊຸມເຜີຍແຜ່ສື່ສັງຄົມອອນລາຍ ອາດສະຍາກຳທາງໄຊເບີ ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນອາດສະຍາກຳທາງລະບົບຄອມພິວເຕີ ການຫັນເປັນທັນສະໄໝຂອງລັດຖະບານ ຫຼື ລັດຖະບານດີຈີຕອນ ໃຫ້ພະນັກງານຫຼັກແຫຼ່ງ  ແລະ ພະນັກງານວິຊາການ ຫ້ອງການ ກົມກອງອ້ອມຂ້າງເມືອງໄດ້ຈັດຂື້ນ ເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຍຢາທໍ ຮອງເຈົ້າເມືອງໆຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງທ່ານ

Read more

ທ່ານ ເຈົ້າແຂວງ ເຄື່ອນໄຫວເຮັດວຽກຢູ່ເມືອງ ຊຽງຮ່ອນ

ໃນວັນທີ 30 ກັນຍາ 2021ນີ້ຢູ່ທີ່ກຸ່ມບ້ານ ປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຊຽງຮ່ອນ, ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ

Read more

ສສຊ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຢູ່ເມືອງຊຽງຮ່ອນ

           ໃນວັນທີ​ 28 ກັນຍາ​ 2021​ນີ້ ​ຢູ່ທີ່ສະໂມສອນຂອງເມືອງ ຊຽງຮ່ອນ​ ແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝວິ​ສາ​ມັນ​ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 7​ ແຂວງໄຊຍະບູລີ​ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ​ ເພັງນິລັນ​

Read more

ເປີດຮຽນທິດສະດີການເມືອງການປົກຄອງໃຫ້ພະນັກງານລັດຖະກອນທົ່ວເມືອງ ຮຸ່ນທີ 3

ເພື່ອກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຢູ່ພາຍໃນເມືອງໃຫ້ມີຄວາມຮູ້ພື້ນຖານລະບົບທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ແລະ ການກຳນົດນະໂຍບາຍ ກົດລະບຽບຂອງພັກ, ກົດໝາຍຂອງລັດ  ຈຶ່ງໄດ້ຈັດພິທີເປີດການຮຽນການສອນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ III ໃຫ້ພະນັກງານລັດຖະກອນ ທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູລີ ຂື້ນຢ່າງເປັນທາງການ ໃນວັນທີ 27 ກັນຍາ 2021ນີ້ ຢູ່ທີ່ສະໂມສອນຂອງເມືອງ

Read more

ຍົກສູງການສ້າງນິຕິນໍາ ໃຫ້ພະນັກງານຫຼັກແຫຼ່ງ ແລະ ອົງການປົກຄອງບ້ານ

ກອງປະຊຸມແນະນຳ ວຽກງານການສ້າງນິຕິກຳຂັ້ນເມືອງ ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ອົງການປົກຄອງບ້ານ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 22 ກັນຍາ 2021ນີ້ ໂດຍການເປັນປະທານຂອງທ່ານ ກາວີ ເກດດົມລິ ກຳມະການພັກແຂວງ ຫົວໜ້າພະແນກ ຍຸຕິທຳ ແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ

Read more