ເປົ້າໝາຍທີ 3: ຍົກສູງຊີວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈ

ກົດແຊຣ໌

ເປົ້າໝາຍທີ 03: ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ

ຂໍ້ມູນ 6 ເດືອນ ຕົ້ນປີ 2021

1.ພັດທະນາຊິວີດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ.

       ການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ເປັນວຽກງານ ໜຶ່ງທີ່ອົງການປົກຄອງເມືອງໄດ້ເອົາໃຈໃສ່ເປັນພິເສດ ໂດຍສະເພາະການຊຸກຍູ້ສົ່ງເສີມການຜະລິດ ເປັນສິນຄ້າໃຫ້ແກ່ປະຊາຊົນບັນດາເຜົ່າເພື່ອແກ້ໄຂຄວາມທຸກຫຍາກ ສັງລວມຂໍ້ມູນການລົງກວດກາປະເມີນມາດຖານຄອບຄົວພົ້ນທຸກ ແລະ ມາດຖານພັດທະນາຕາມດໍາລັດ 348/ລບ ຈໍານວນ 42 ບ້ານ ມີ 6.779 ຄອບຄົວ, ຈໍານວນພົນລະເມືອງ 34.627 ຄົນ, ຍິງ 17.086 ຄົນ, ຄອບຄົວພົ້ນທຸກ 5.689 ຄອບຄົວ, ຄອບ ຄົວບໍ່ພົ້ນທຸກ 1.096 ຄອບຄົວ, ບ້ານພັດທະນາ 25 ບ້ານ, ຄອບຄົວພັດທະນາ 4.999 ຄອບຄົວ, ຄອບຄົວບໍ່ພັດທະພັດນາ 1.780 ຄອບຄົວ ແລະ ບ້ານທຸກຍາກ 14 ບ້ານ; ຕິດຕາມ ຊຸກຍູ້ການເຄື່ອນໄຫວການຈັດຕັ້ງປະຕິບັດກອງທືນພັດທະນາບ້ານ ແລະ ກຸ່ມການຜະລິດ ເປັນປົກກະຕິ

2. ພື້ນຖານໂຄງລ່າງບໍລິການທາງດ້ານສາທາລະນຸປະໂພກ ໄດ້ຮັບການປັບປຸງ ແລະ ສະໜອງໃຫ້ປະຊາຊົນຢ່າງທົ່ວເຖິງ.
  • ໂຄງການ​ກໍ່ສ້າງເສັ້ນທາງແຕ່ບ້ານຫົວເມືອງຫາປາກເປັດ ລວມມູນຄ່າຂອງໂຄງການ 15,642 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 21,27% ;
  • ໂຄງການ​ກໍ່ສ້າງ​ທາງ​ປູຢາງ 2 ຊັ້ນ​ເສັ້ນທາງ​ຊອຍ​ຜັງ​ເມືອງ II ລວມມູນຄ່າຂອງໂຄງການ 6,506 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 29,88%;
  • ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ ​ທາງ​ຊອຍ​ບ້ານ​ປ່າ​ຫວ້ານ ລວມມູນຄ່າຂອງໂຄງການ 483 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 70%;
  • ​ໂຄງການກໍ່ສ້າງ​ລະບົບ​ນ້ຳ​ປະປາ​ພື້ນທີ່​ທົງ​ກາບ ລວມມູນຄ່າຂອງໂຄງການ 991 USD ມາຮອດປະຈຸບັນມີຄວາມຄືບໜ້າ 30,24%;
  • ​ໂຄງການ​ສ້ອມ​ແປງ​ຂົວ​ເບ​ເລ່ຂ້າມ​ນ້ຳ​ເປັດ ລວມມູນຄ່າຂອງໂຄງການ 633 ລ້ານກີບ ປະ​ຈຸ​ບັນ​ແມ່ນ​ກຳລັງ​ເຮັດ​ເອກະສານ​ສັນຍາ;
  • ​ໂຄງການກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ງື່ມບ້ານ​ປ່າ​ຫວ້ານ​ໂດຍ​ທຶນ​ປະຊາຊົນ 100% ລວມມູນຄ່າຂອງໂຄງການ 130 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 85%;
  • ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ມ່າວ​ບ້ານ​ແກ່ນ​ໂດຍ​ທຶນ​ປະຊາຊົນ 100% ລວມມູນຄ່າຂອງໂຄງການ 130 ລ້ານກີບ ມາຮອດປະຈຸບັນສຳ​ເລັດ 100%;
  • ໂຄງການ​ກໍ່ສ້າງ​ຍົກ​ລະດັບ​ວາງທໍ່​ເສັ້ນທາງ​ຜັງ​ບ້ານ​ແກ​ສີ​ພົມ ລວມມູນຄ່າຂອງໂຄງການ 344 ລ້ານກີບ ​ໃນ​ນັ້ນ​ທຶນ​ຂອງ​ປະຊາຊົນ 300 ລ້ານ​ກີບ ​ແລະ ບໍລິສັດ​ຊ່ວຍ 44 ລ້ານ​ກີບ ມາຮອດປະຈຸບັນສຳ​ເລັດ 100%
  • ມີສະຖານີ​ວິທະຍຸ 1 ​ແຫ່ງ, ມີໂທລະໂຄ່ງທັງໝົດ 48 ຊຸດ;
  • ເຄື່ອນໄຫວເກັບກຳຂ່າວ ​ແລະ ຜະລິດ​ຂ່າວໄດ້ທັງໝົດ 75 ຂ່າວ ;​
  • ທົ່ວ​ເມືອງ​ມີບ້ານວັດທະນະທຳ 32 ບ້ານ ມີ​ຄອບຄົວ​ວັດທະນະທຳ 933 ຄອບຄົວ ​ແລະ ປະເມີນກົມກອງວັດທະນະທຳໄດ້ 1 ກົມກອງ;
  • ຂະຫຍາຍການບໍລິການ ການສື່ສານ ໂທລະສັບຕັ້ງໂຕະ ແລະ ມືຖື ບັນລຸອັດຕາສ່ວນຜູ້ຊົມໃຊ້ 100%;
  • ປະຊາຊົນໄດ້ນໍາໃຊ້ນໍ້າປະປາແລ້ວ 7 ບ້ານ ເຊີ່ງມີໝໍ້ວັດແທກນໍ້າທັງໝົດ 714 ໜ່ວຍ ໃນນັ້ນປະເພດຄົວເຮືອນ 615 ໜ່ວຍ, ສໍານັກງານອົງການລັດ 42 ໜ່ວຍ, ທຸລະກິດການຄ້າ-ອຸດສາຫະກຳ 46 ໜ່ວຍ ແລະ ບໍລິການ 12 ໜ່ວຍ.
3. ປະຊາຊົນ ແລະ ຜູ້ອອກແຮງງານພາກລັດ-ເອກະຊົນເຂົ້າເຖິງການບໍລິການປະກັນສັງຄົມ ແລະ ສະຫວັດດີການສັງຄົມທີ່ດີຂຶ້ນ.
  • ມອບເງີນອຸດໜູນບຳເນັດອອກລູກໃຫ້ພະນັກງານລັດຖະກອນ ຈໍານວນ 10 ທ່ານ, ອຸດໜູນເທື່ອດຽວໃຫ້ພະນັກງານລັດຖະກອນ ຈໍານວນ 1 ທ່ານ, ອຸດໜູນເສຍຊີວິດໃຫ້ພະນັກງານເສຍອົງຄະຮາກຖານ ຈໍານວນ 1 ທ່ານ, ໄດ້ສົ່ງແບບຟອມເຮັດບັດປະກັນສັງຄົມໃຫ້ຜູ້ເກີດສິດ ເພີ່ມໃໝ່ຈໍານວນ 3 ຄົນ, ຍີງ 15 ຄົນ;
  • ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ແລະ ນັກຮຽນ ມສ ມົກສະຕຸຄື: ຜ້າຫົມ, ເຄື່ອງນຸ່ງນັກຮຽນ ລວມມູນຄ່າ 36 ລ້ານກີບ, ມອບເຄື່ອງນຸ່ງຮົມ, ເຄື່ອງໃຊ້ຄົວເຮືອນຊ່ວຍເຫຼືອຄອບຄົວອັກຄີໄພຢູ່ບ້ານດອນປຸງ ມີຈໍານວນ 1 ຄອບຄົວ ມູນຄາ 600.000 ກີບ;
  • ລົງເກັບກໍາຂໍ້ມູນຄອບຄົວ ແລະ ບ້ານທີ່ໄດ້ຮັບຜົນກະທົບ ສັດຕູພືດທໍາລາຍຜົນລະປູກຢູ່ 14 ບ້ານ;
  • ລົງຕິດຕາມ ແລະ ຊຸກຍູ້ສັດລ້ຽງຢູ່ 3 ບ້ານ: ບ້ານລາວສະໂນ, ຫ້ວຍຮາກ ແລະ ບ້ານຫົວເມືອງ;
  • ຮັບບໍລິຈາກເລືອດ ໄດ້ 94 ຖົງ.

ກົດແຊຣ໌