ກົດແຊຣ໌

ທີ່ຕັ້ງຂອງເມືອງຊຽງຮ່ອນ

        ເມືອງຊຽງຮ່ອນ ຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງແຂວງໄຊຍະບູລີ ຫ່າງຈາກເທດສະບານແຂວງ ປະມານ 190 ກິໂລແມັດ. ທິດຕາເວັນອອກຕິດກັບເມືອງເງິນ, ທິດຕາເວັນຕົກຕິດກັບເມືອງຄອບ, ທິດເໜືອຕິດກັບ ເມືອງປາກແບງ ແຂວງອຸດົມໄຊ ແລະ ເມືອງປາກທາ ແຂວງບໍ່ແກ້ວ, ທິດໃຕ້ຕິດກັບອໍາເພີທົ່ງຊ້າງ ແລະ ອຳເພີສອງແຄວ ຈັງຫວັດນ່ານ ຣາຊະອານາຈັກໄທ ດ້ວຍດິນຕໍ່ແຜ່ນ ມີຄວາມຍາວ 65 ກິໂລແມັດ

ພູມສັນຖານ

     ທົ່ວເມືອງມີເນື້ອທີ່ທັງໝົດ 1.285 ຕາຕະລາງກິໂລແມັດ, ພູດອຍກວມເອົາ 80%, ປະກອບມີ 43 ບ້ານ, ແບ່ງອອກເປັນ : 14 ບ້ານເຂດເທດສະບານ, 8 ບ້ານ ເຂດທົ່ງກາບ, 6 ບ້ານເຂດມົກສະຕຸ,  6 ບ້ານເຂດລາວສະໂນ ແລະ 8 ບ້ານ ກຸ່ມບ້ານປາກເປັດ ແລະ 2 ບ້ານຈຸດສຸມພັດທະນາ.


ກົດແຊຣ໌