ເປົ້າໝາຍທີ 4: ການພັດທະນາສີຂຽວ ແລະ ຍືນຍົງ

ກົດແຊຣ໌

ເປົ້າໝາຍທີ 04: ການພັດທະນາໄປຕາມທິດສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ.

ຂໍ້ມູນ 6 ເດືອນຕົ້ນປີ 2021

1. ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ

     ຈັດຕັ້ງປະຕິບັດວຽກງານສວນກ້າ ແລະ ການເກັບແກ່ນ ຂົມຝາດໄດ້ 22 ກິໂລ, ກ້າແກ່ນ, ຮ່າຍ ເບົ້າ ແລະ ເອົາເບ້ຍໄມ້ເຂົ້າເບົ້າ ໄດ້ 430 ເບ້ຍ, ການປູກໄມ້ມາຮອດປະຈຸບັນໄດ້ທັງໝົດ: 198,64 ເຮັກຕາ, ເບ້ຍໄມ້ຈໍານວນ 110.819 ຕົ້ນ.

    ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາວັດແທກທີ່ດິນກະສິກໍາເພື່ອອອກໃບແຈ້ງເນື້ອທີ່ດິນເພື່ອເສຍພາສີທີ່ດິນຢູ່ບ້ານດອນເຟືອງ ໄດ້ ທັງໝົດ 412 ຕອນ, ທຽບໃສ່ແຜນປີ 2021 ເທົ່າກັບ 43,50% ແລະ ທຽບໃສ່ໄລຍະດຽວກັນປີ 2020 ເທົ່າກັບ 192,52%, ລົງວັດແທກທີ່ດິນສະເພາະຕອນໄດ້ 5 ຕອນ, ຈົດທະບຽນຄໍ້າປະກັນ ໄດ້ 6 ສັນຍາ,ຈົດທະບຽນເລີກຖອນ ໄດ້ 6 ສັນຍາ ແລະ ຈົດທະບຽນຊື້-ຂາຍ ໄດ້ 3 ຕອນ, ແຈກຢາຍໃບຕາດິນ ໄດ້ 2 ບ້ານ ຈໍານວນ 315 ໃບ ແລະ ລົງແຈກຢາຍໃບແຈ້ງເນື້ອທີ່ດິນເພື່ອເສຍພາສີທີ່ດິນ ໄດ້ 1 ບ້ານມີ 62 ຕອນ, ລົງຈັດສັນທີ່ດິນກະສິກໍາແບບມີສ່ວນຮ່ວມຢູ່ບ້ານຫ້ວຍຮາກ ສໍາເລັດ ແລະ ໄດ້ເປິດກອງປະຊຸມຖອດຖອນບົດຮຽນວຽກຈັດສັນຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້, ຈັດສັນທີ່ດິນຜັງບ້ານປ່າຫວ້ານ ໄດ້ 7 ຕອນ, ວັດແທກທີ່ດິນອອກໃບແຜນທີ່ດິນບ້ານຊ້າງໄດ້ 11 ຕອນ ແລະ ບ້ານຮ່ອງຄູ່ໄດ້ 2 ຕອນ, ລົງສໍາຫຼວດເກັບກໍາຂໍ້ມູນດິນເຊົ່າສໍາປະທານສ້າງຕັ້ງໂຮງງານຢາງພາລາ 2 ຄັ້ງ ພ້ອມທັງເປິດກອງປະຊຸມປືກສາຫາລືນໍາປະຊາຊົນຜູ້ໄດ້ຮັບຜົນກະທົບຈາກການສ້າງໂຮງງາ

 

2. ການເຕີບໂຕສີຂຽວ ແລະ ການແກ້ໄຂບັນຫາຕໍ່ກັບການປ່ຽນແປງ ດິນຟ້າອາກາດ.

     ຕິດຕາມກວດກາແຜນຄຸ້ມຄອງສິ່ງແວດລ້ອມຕາມ​ແຜນ​ຕິດຕາມ​ກວດກາ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ນໍາ​ບັນດາ​ຫົວໜ່ວຍທຸລະ​ກິດ​ພາຍ​ໃນ​ເມືອງ​ພ້ອມທັງ​ຕໍ່​ໃບ​ຢັ້ງຢືນ​ດ້ານ​ສິ່ງ​​ແວດ​ລ້ອມ​ເພື່ອ​ຈັດ​ເກັບ​ລາຍ​ຮັບ​ມອບ​ເຂົ້າ​ງົບປະມານ ​ໄດ້ຈໍານວນ 41 ຫົວໜ່ວຍ, ທຽບ​ໃສ່​ແຜນ​ປີ 2021 ​ເທົ່າ​ກັບ 82,00 % ແລະ ທຽບໃສ່ໄລຍະດຽວກັນປີ 2020 ເທົ່າກັບ 80,39%, ສົມທົບກັບຄະນະກໍາມະການຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ຕັ້ງກິດຈະການທີ່ສ້າງຕັ້ງຂື້ນໃໝ່ ໄດ້ 7 ຫົວໜ່ວຍ ມີ: ໂຮງສີເຂົ້າ 3 ຫົວໜ່ວຍ, ຮ້ານກິນດື່ມ 2 ຫົວໜ່ວຍ, ເຮືອນພັກ 1 ຫົວໜ່ວຍ ແລະ ຮ້ານຂາຍເຄື່ອງກໍ່ສ້າງ 1 ຫົວໜ່ວຍ, ໂຄງການ​ປູກໝາກ​ໂມ​ຂອງ​ບໍລິສັດ​ນໍ້າ​ເຜີ້ງ, ກວດກາສະຖາທີ່ເຕົາຂ້າສັດ ແລະ ປໍ້ານໍ້າມັນໄດ້ 4 ຄັ້ງ, ເກັບກໍາຂໍ້ມູນການນໍາໃຊ້ຢາປາບວັດສະພຶດ(ຢ່າຂ້າຫຍ້າ) ຮ່ວມກັບຂະແໜງສິ່ງແວດລ້ອມຂອງແຂວງພາຍໃຕ້ການຊ່ວຍເຫຼືອຈາກກອງທືນປົກປັກຮັກສາສິ່ງແວດລ້ອມຢູ່ບ້ານປົ່ງແປ້ນ 1 ຄັ້ງ, ເກັບກໍາເກັບຂໍ້ມູນປະລິມານນໍ້າຝົນ ຕໍ່າສຸດ 1,8 ມມ, ສຸງສຸດ 19,6 ມມ ແລະ ລະດັບນໍ້າງື່ມ 0,49 ມມ, ຕິດຕາມເຝົ້າລະວັງເຕືອນໄພການປ່ຽນແປງດິນຟ້າອາກາດຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປົກກະຕິ, ຕິດຕາມຜູ້ຮັບເໝົາເກັບຂີ້ເຫຍື້ອຢູ່ພາຍໃນເມືອງໄດ້ 7 ບ້ານ (ເຂດເທດສະບານ).    

3. ການກຽມຄວາມພ້ອມຮັບມືຈາກໄພພິບັດ:
  • ໄດ້ປັບປຸງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານຢູ່ພາຍໃນເມືອງໄດ້ 43 ບ້ານ;
  • ຕິດຕາມເຝົ້າລະວັງໄພນໍ້າຖ້ວມຢູ່ຈຸດທີ່ມີຄວາມສ່ຽງໄດ້ 7 ບ້ານມີ 304 ຄອບຄົວ, ມີເນື້ອທີ 80 ເຮັກຕາ;
  • ທົ່ວເມືອງມີເງິນກອງທຶນແຮຊ່ວຍເຫຼືອສຸກເສີນໄພພິບັດທັງໝົດ 819.000 ກີບ;
  • ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລົງກັບກໍາຂໍ້ມູນ ຄອບຄົວ ແລະ ບ້ານທີ່ໄດ້ຮັບຜົນກະທົບ ສັດຕູພືດທໍາລາຍຜົນລະປູກ (ໜູກິນເຂົ້າໄຮ່, ໝາກເດື່ອຍ) ຢູ່ 14 ບ້ານ.

ກົດແຊຣ໌