ເປົ້າໝາຍທີ 6: ການຄຸ້ມຄອງບໍລິຫານລັດ

ກົດແຊຣ໌

ເປົ້າໝາຍທີ 06: ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດຕາມທິດການຄຸ້ມຄອງລັດດ້ວຍກົດໝາຍ.

ຂໍ້ມູນ 6 ເດືອນຕົ້ນປີ 2021

  • ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນໂດຍການຈັດຕັ້ງປະຕິບັດເຊື່ອມຊືມແນວທາງ ມະຕິ-ຄຳສັງຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ ໃຫ້ເປັນເຈົ້າການໃນການໃນການສຶກສາຄົ້ນຄ້ວາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ, ລົງໂຄສະນາກົດໝາຍທີ່ຈຳເປັນໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງໃຫ້ໄດ້ໃນທົ່ວເມືອງ, ໄດ້​ເອົາ​ໃຈ​ໃສ່​ໂຄສະນາເຜີຍ ແຜ່ກົດໝາຍ, ລະບຽບ​ການ​ຕ່າງໆໃຫ້ປະຊາຊົນບັນດາເຜົ່າ ແລະ ໄດ້ໂຄສະນາເຜີຍແຜ່ກົດໝາຍອອກສະຖາ ນີວິທະຍຸ FM ຂອງເມືອງຊຽງຮ່ອນໄດ້ 61 ຄັ້ງ, ເປັນພາສາລ​າວ 22 ຄັ້ງ, ພາ​ສາມົ້ງ 19 ຄັ້ງ ແລະ ພ​າ​ສາ​ກຶ​ມຸ 20 ຄັ້ງ, ທຽບ​ໃສ່​ແຜນ​ການ​ປີ​ປະ​ຕິ​ບັດ​ໄດ້ 46,92 %;
  • ລົງໂຄສະນາເຜີຍແຜ່ກົດໝາຍຢູ່ຂັ້ນບ້ານໄດ້ 07 ບ້ານ, ມີ​ຜູ້​ເຂົ້າ​ຮ່ວມຈຳ​ນວນ136 ຄົນ, ຍິງ 691 ຄົນ; ທຽບໃສ່ແຜນການປີປະຕິບັດໄດ້ 16,66 % ໂຄສະນາເຜີຍແຜ່ກົດໝາຍຢູ່​ຂັ້ນ​ໂຮງ​ຮຽນ​ໄດ້ 07 ແຫ່ງ. ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳ​ນວນ 2.353 ຄົນ, ຍິງ 1.071 ຄົນທຽບ​ໃສ່​ແຜນ​ການ​ປີ​ປະ​ຕິ​ບັດ​ໄດ້ 87,5 %;
  • ໂຄສະນາເຜີຍແຜ່ກົດໝາຍຢູ່​ຄ້າຍ​ຄຸມ​ຂັງ-ດັດ​ສ້າງໄດ້ 01 ຄັ້ງ, ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳ​ນວນ 26 ຄົນ, ຍິງ 1 ຄົນທຽບ​ໃສ່​ແຜນ​ການ​ປີ​ປະ​ຕິ​ບັດ​ໄດ້ 50 %;
  • ເກັບກຳສະຖິຕິການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຈຳ​ນວນ 42 ບ້ານມີ​ຂໍ້​ຂັດ​ແຍ່ງ​ເກີດ​ຂຶ້ນ 20 ເລື່ອງ: ເປັນ​ຂໍ້​ຂັດ​ແຍ່ງ​ທາງ​ແພ່ງ 16 ເລື່ອງ, ຂໍ້​ຂັດ​ແຍ່ງ​ທາງອາ​ຍາ 04 ເລື່ອງ, ແກ້​ໄຂ​ສຳ​ເລັດ​ 15 ເລື່ອງ: ຂໍ້​ຂັດ​ແຍ່ງ​ທາງ​ແພ່ງ 14 ເລື່ອງ, ​ຂໍ້​ຂັດ​ແຍ່ງ​ທາງ​ອາ​ຍາ 01 ເລື່ອງ, ສົ່ງ​ພາກ​ສ່ວນ​ອື່ນ 05 ເລື່ອງ, ຂໍ້​ຂັດ​ແຍ່ງ​ທາງ​ອາ​ຍາ 03 ເລື່ອງ, ແພ່ງ 02 ເລື່ອງ;
  • ອອກ​ໝາຍ​ຮຽກ 44 ຄັ້ງ, ເຂົ້າ​ມາ 33 ຄັ້ງ, ເຮັດ​ບົດ​ບັນ​ທຶກ 21 ຄັ້ງ, ອອກ​ແຈ້ງການ ແລະ ແຈ້ງ​ເຊີນ 03 ສະ​ບັບ, ລົງ​ແບ່ງ​ປັນ​ຊັບ​ສົມ​ບັດ​ຄະ​ດີ​ແພ່ງ​ 01 ສະ​ບັບ, ປະ​ຕິ​ບັດ​ກັບ​ທີ່ 02 ຄັ້ງ, ສະ​ເໜີ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ 01 ຄັ້ງ, ລົງ​ກວດ​ກາ​ຊັບ 02 ຄັ້ງ, ອອກ​ຄຳ​ສັ່ງ​ຍຶດ​ຊັບ 01 ຄັ້ງ, ປະ​ກາດ​ຂາຍ​ຊັບ 01 ຄັ້ງ, ເກັບ​ເງິນມອບ​ໃຫ້​ໂຈດ ໄດ້​ຈຳ​ນວນ 60.500.000 ກີບ ມອບ​ໃຫ້​ໂຈດ​ສຳ​ເລັດ​ແລ້ວ, ປິດ​ສຳ​ນວນ​ຄະ​ດີ​ໄດ້ 04 ເລື່ອງ (ຄະ​ດີ​ແພ່ງ 03 ເລື່ອງ, ອາ​ຍາ 01 ເລື່ອງ);
  • ລົງ​ເກັບ​ກຳ​ຂໍ້​ມູນ, ກວດ​ກາ, ປະ​ເມີນຄອບ​ຄົວ ແລະ ບ້ານ​ແບບ​ຢ່າງ​ປະ​ຕິ​ບັດ​ກົດ​ໝາຍ​ໄດ້ 07 ບ້ານ ມີ​ຄອບ​ຄົວ​ທັງ​ໝົດ 299 ຄອບ​ຄົວ, ຄອບ​ຄົວ​ແບບ​ຢ່າງ​ປະ​ຕິ​ບັດ​ກົດ​ໝາຍ 1.299 ຄອບ​ຄົວ, ຮັກ​ສາ​ໄດ້ຄອບ​ຄົວ​ແບບ​ຢ່າງ​ປະ​ຕິ​ບັກົດ​ໝາຍ 1.295 ຄອບ​ຄົວ, ເສຍ​ຄອບ​ຄົວ​ແບບ​ຢ່າງ​ປະ​ຕິ​ບັກົດ​ໝາຍ 4 ຄອ​ບ​ຄົວ, ທຽບ​ໃສ່​ແຜນ​ການ​ປີ​ປະ​ຕິ​ບັດ​ໄດ້16,66 %;
  • ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິ​ບັດ​ການ​ຕັດສິນ​ຂອງ​ສານ 2 ຄັ້ງ ມີ 2 ​ເລື່ອງ, ໄດ້​ລົງ​ກວດກາ​ຄ້າຍ​ຄຸມ​ຂັງ-​ດັດ​ສ້າງ​ໄດ້ 24 ຄັ້ງ ມີ​ຜູ້​ຖືກ​ຫາ 5 ຄົນ, ຍິງ 0 ຄົນ ມີ​ນັກ​ໂທດ 6 ຄົນ, ມີ​ຜູ​ຖືກ​ດັດ​ສ້າງ​ທັງໝົດ 63 ຄົນ ຍິງ 2 ຄົນ ​ໃນ​ນັ້ນ ຄະດີ​ເສບ​ຢາ 44 ຄົນ, ລັກ​ຊັບ​ພົນລະ​ເມືອງ 3 ຄົນ, ອາ​ລະວາ​ດ 3 ຄົນ, ລະ​ເມີດ​ລະບຽບການ​ນຳ​ໃຊ້​ທີ່ດິນ 2 ຄົນ, ລັກລອບ​ຂ້າມ​ຊາຍ​ແດນ 11 ຄົນ.

ກົດແຊຣ໌