ເປົ້າໝາຍທີ 2 ພັດທະນາຊັບພະຍາກອນມະນຸດ

ກົດແຊຣ໌

ເປົ້າໝາຍທີ 02: ຊັບພະຍາກອນມະນຸດໃຫ້ມີຄຸນະພາບດີຂຶ້ນ, ທັງມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດເຕັກໂນໂລຊີ, ພູມປັນຍາ ເພື່ອສົ່ງເສີມການຜະລິດ, ການບໍລິການໃຫ້ຫຼາກຫຼາຍ ແລະ ມີມູນຄ່າສູງຂຶ້ນ.

1. ປັບປຸງຄຸນນະພາບການສຶກສາໃນທຸກລະດັບໃຫ້ສູງຂຶ້ນ ເພື່ອພັດທະນາ ຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້-ຄວາມສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານຢູ່ພາຍໃນ.
  • ອັດຕາເຂົ້າຮຽນຂອງເດັກ 5 ປີ ປະຕິບັດໄດ້ 98,7% ທຽບໃສ່ສົກປີຜ່ານມາ​​ເພີ່ມຂຶ້ນ 0,2%;
  • ອັດຕາເຂົ້າຮຽນໃໝ່ລວມ (ປ.1): ປະຕິບັດໄດ້ 104,3% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3,8%;
  • ອັດຕາເຂົ້າຮຽນໃໝ່ສຸດທິ(ປ.1): ປະຕິບັດໄດ້ 99,9 % ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0,3%;
  • ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ (6-10 ປີ) ປະຕິບັດໄດ້ 99,9% ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 0,1%;
  • ອັດຕາປະລະ ປ1 ຍັງເຫຼືອ 3,5% ຫຼຸດສົກຮຽນຜ່ານມາ 1,3% ທຽບໃສ່ຄາດໝາຍບໍ່ບັນລຸ 2,5%;
  • ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ:ປະຕິບັດໄດ້ 94,8% ຫຼຸດສົກຮຽນຜ່ານມາ 0,7% ທຽບໃສ່ຄາດໝາຍບັນລຸ;
  • ອັດຕາຄ້າງຫ້ອງຊັ້ນປະຖົມສຶກສາ ຍັງເຫຼືອ 0,0% ທຽບໃສ່ສົກຮຽນຜ່ານມາເພີ່ມຂື້ນ 0,4% ທຽບໃສ່ຄາດ ໝາຍບັນລຸ;
  • ອັດຕາເລື່ອນ ປ5 ຂຶ້ນ ມ.1 ປະຕິບັດໄດ້ 92,5% ລື່ນສົກຮຽນຜ່ານມາ 3,1% ທຽບໃສ່ຄາດໝາຍບັນລຸ 2,5%;
  • ດັດສະນີຄວາມສະເໝີພາບຍິງ-ຊາຍຂອງອັດຕາເລື່ອນ ປ5 ຂຶ້ນ ມ.1 ແມ່ນມີຄວາມສະເໝີພາບ;
  • ອັດຕາປະລະຊັ້ນປະຖົມ ຍັງເຫຼືອ 5,2% ທຽບສົກຮຽນຜ່ານມາເພີ່ມຂຶ້ນ 1% ທາບໃສຄາດ ໝາຍບໍ່ລັນລຸ 1,7%;
  • ອັດຕາເຂົ້າຮຽນລວມ ມ.ຕົ້ນ: ປະຕິໄດ້ 83,2% ທຽບສົກຮຽນຜ່ານມາຫຼຸດລົງ 0,2% ທຽບໃສ່ຄາດໝາຍບໍ່ບັນລຸ 3%;
  • ອັດຕາເຂົ້າຮຽນລວມ ມ.ປາຍ: ປະຕິໄດ້ 41,3% ທຽບສົກຮຽນຜ່ານມາຫຼຸດລົງ 4,5% ທຽບໃສ່ຄາດໝາຍບໍ່ບັນລຸ 6%;
  • ອັດຕາປະລະ ມ.ຕົ້ນ ຍັງເຫຼືອ 10,3% ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 1,7% ບໍ່ບັນລຸຄາດໝາຍ 3,6%;
  • ຄູຊັ້ນປະຖົມ ແລະ ຊັ້ນມັດທະຍົມສຶກສາ ໄດ້ຮັບການຝຶກອົບຮົມທັງໝົດ 115 ຄົນ, ຍິງ 64 ເທົ່າກັບ 32,85% ຖ້າທຽບໃສ່ຄາດໝາຍ ( 10% ) ແມ່ນບັນລຸຄາດໝາຍ 22,85%;
  • ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ 4 ຄົນ ຍິງ 1 ຄົນ ເທົ່າກັບ 0,97% ຖ້າທຽບໃສ່ຄາດໝາຍ ( 2% ) ບໍ່ບັນລຸຄາດໝາຍ 1,3%;
  • ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາ, ເຂົ້າຮ່ວມການສ້າງຂະບວນເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວກິດຈະກຳການແຂ່ງຂັນກິລາປະຈຳປີ, ກິລາບຸນປະເພນີ ແລະ ກິລາບຸນວັນສຳຄັນຕ່າງໆຂອງຊາດ-ສາກົນປະຕິບັດໄດ້ 38,5% ຫຼຸດລົງ 3,5% ບັນລຸຄາດໝາຍ 2,5%;
2. ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການຢ່າງທົ່ວເຖິງ.
  • ອັດຕາການເກີດເທົ່າກັບ 14,41/1000 ຄົນ. ທຽບໃສ່ປີ 2020 ຫຼຸດລົງ 1,02/1000;
  • ອັດຕາການຕາຍເທົ່າກັບ 0,37/1000 ຄົນ ທຽບໃສ່ປີ 2020 ຫຼຸດລົງ 0,1/1000;
  • ອັດຕາການເພີ່ມແບບທຳມະຊາດ ເທົ່າກັບ 14% ຂອງຈໍານວນປະຊາກອນທັງໝົດ;
  • ອັດຕາການຕາຍ ຂອງເດັກນ້ອຍລຸ່ມ 1 ປີ ເທົ່າກັບ 2/1000 ທຽບໃສ່ປີ 2020 ຫຼຸດລົງ 2,37/1000;
  • ອັດຕາການຕາຍ ຂອງເດັກນ້ອຍລຸ່ມ 5 ປີ ເທົ່າກັບ 4/1000 ທຽບໃສ່ປີ 2020 0,37/1000;
  • ອັດຕາການຕາຍ ຂອງແມ່ ເທົ່າກັບ 00/100.000 ທຽບໃສ່ປີ 2020 ເທົ່າເກົ່າ;
  • ອັດຕາສ່ວນເຂົ້າເຖີງການບໍລິການສາທາລະນະສຸກ ກວມເອົາ 100%;
  • ອັດຕາການສັກຢາກັນພະຍາດ ໄດ້ 44,38% ຂອງເດັກກຸ່ມເປົ້າໝາຍ;
  • ອັດຕາຊົມໃຊ້ນໍ້າສະອາດ ໄດ້ 87,65%;
  • ອັດຕາການຊົມໃຊ້ວິດຖ່າຍ ໄດ້ 94,80% ຂອງຈໍານວນຄອບຄົວທັງໝົດ ແລະ ສາມາດສ້າງບ້ານຢຸດຕິການຖ່າຍຊະຊາຍໄດ້ 12 ບ້ານ;
  • ອັດຕາການຮັບຮອງ ແລະ ປະກາດບ້ານສາທາລະນະສຸກແບບຢ່າງ ໄດ້ 80,95% ຂອງຈໍານວນບ້ານທັງໝົດ.
3. ພັດທະນາສີມືແຮງງານ ໃຫ້ມີຄວາມຊໍານານງານ ໃນຫຼາຍສາຂາວິຊາຊີບ ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ.
  • ໄດ້ຕິດຕາມເກັບກໍາຂໍ້ມູນແຮງງານເຄື່ອນຍ້າຍພາຍໃນເມືອງ ເຊີ່ງມີແຮງງານໄປອອກແຮງງານຢູ່ປະເທດໄທ ທັງໝົດ 305 ຄົນ, ຍີງ 671 ຄົນ, ປະຈຸບັນກັບມາແລ້ວ 134 ຄົນ, ຍີງ 66 ຄົນ, ຍັງຄ້າງ 1.171 ຄົນ, ຍີງ 605 ຄົນ, ຫົວໜ່ວຍແຮງງານມີການຈ້າງງານ ແລະ ມີແຮງງານບໍ່ເກີນ 100 ຄົນລົງມາມີທັງໝົດ 93 ຫົວໜ່ວຍ ທຽບໃສ່ປີຜ່ານມາຫຼຸດລົງ 13 ຫົວໜ່ວຍ ໃນນີ້ມີໂຮງຈັກໂຮງງານຂະນາດນ້ອຍ 15 ແຫ່ງ, ຫົວໜ່ວຍທຸລະກິດ 78 ແຫ່ງ, ມີແຮງງານປະຈໍາທັງໝົດ 445 ຄົນ ຍີງ 162 ຄົນ ໃນນີ້ແຮງງານລາວ 422 ຄົນ, ຍີງ 154 ຄົນ ແລະ ແຮງງານຕ່າງປະເທດ 23 ຄົນ ຍີງ 8 ຄົນ;
  • ສະເໜີຂໍການຊ່ວຍເຫຼືອແກ່ແຮງງານທີ່ໄດ້ຮັບຜົນກະທົບໃນຊວງການລະບາດພະຍາດໂຄວິດ-19 ທີ່ນອນຢູ່ໃນເງື່ອນໄຂ ຈໍານວນ 8 ຄົນ, ຍີ​ງ 4 ຄົນ;
  • ລົງ​ເຜີຍ​ແພ່​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ນິຕິ​ກຳ​ແຮງ​ງານ, ການ​ເຮັດ​ວຽກ​ແບບ​ປອດ​ໄພ​ໃຫ້​ຫົວໜ່ວຍ​ແຮງ​ງານ​ຈໍານວນ 8 ​ຫົວໜ່ວຍ;
  • ຊຸກຍູ້​ເຮັດ​ສັນຍາ​ແຮງ​ງານ​ຢູ່​ຫົວໜ່ວຍ​ທີ​ມີ​ແຮງ​ງານ​ຕຳ​ກວ່າ 50 ຄົນ​ລົງ​ມາ​ໄດ 13 ຫົວໜ່ວຍ, 50 ຄົນ​ຂື້ນ​ໄປ ​ໄດ້ 1 ຫົວໜ່ວຍ;
  • ເກັບກໍາສະຖິຕິ ແລະ ຂື້ນທະບຽນຜູ້ຫວ່າງງານຢູ່ພາຍໃນເມືອງມີ 485 ຄົນ, ຍິງ 172 ຄົນ;
4. ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ພັດທະນານະວັດຕະກໍາໃໝ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ໄດ້ເອົາ​ໃຈ​ໃສ່​ ໂຄສະນາ​ເຜີຍແຜ່, ສືກສາອົບຮົມກ່ຽວກັບລະບຽບກົດໝາຍຕ່າງໆ ໃຫ້ບັນດາຫົວໜ່ວຍທຸລະກິດ, ລົງກວດກາຄຸນນະພາບມາດຕະຖານຂອງຜູ້ປະກອບການໃຫ້​ເຂົ້າ​ສູ່​ລະບຽບ​ການເຊັ່ນ: ລົງກວດກາອອກ​ໃບຢັ້ງ ຢືນ​ຊິງ​ຊັ່ງຊີ້ນ, ໝາກ​ໄມ້, ຜັກ ​ໄດ້​ທັງໝົດ 56 ໜ່ວຍ, ລົງກວດກາ​ອອກ​ໃບ​ຢັ້ງຢືນ​ປ້ຳ​ແກ່ວ​ງມື ​ໄດ້​ທັງໝົດ 12 ປ້ຳ, ລົງກວດກາ​ອອກ​ໃບ​ຢັ້ງຢືນປ້ຳ​ນ້ຳມັນ​ໃຊ້​ໄຟຟ້າ ​ໄດ້​ທັງໝົດ 30 ປ້ຳ ​ແລະ ລົງ​ກວດກາ​ໂຮງງານ​ນ້ຳ​ດື່ມ-ນ້ຳກ້ອນ ​ໄດ້ 2 ຄັ້ງ ຜ່ານ​ການ​ກວດກາ​ເຫັນ​ວ່າ​ມີ 5 ​ໂຮງງານ​ປະຕິບັດ​ຕາມ​ລະບຽບຫຼັກການ​ເທົ່າ​ກັບ 80% ​ແລະ ​ໂຮງງານ​ນ້ຳກ້ອນ 19 ​ແຫ່ງ​ເທົ່າ​ກັບ 75%.


ກົດແຊຣ໌