ບ້ານດອນໄຈ

ກົດແຊຣ໌

ປະຫວັດຄວາມເປັນມາ, ທີ່ຕັ້ງ ແລະ ພູມສັນຖານບ້ານດອນໄຈ

1.) ປະຫວັດຄວາມເປັນມາ

       ບ້ານດອນໄຈ ສ້າງຕັ້ງຂຶ້ນໃນປີ ຄ.ສ 1794 ໃນເມື່ອກ່ອນໃສ່ຊື່ວ່າບ້ານ “ແຄວ້ງ” ຕໍ່ມາປະຊາຊົນພາຍໃນບ້ານຈຳນວນໜຶ່ງໄດ້ມີການຫຍັບຍ້າຍຂອງປະຊາຊົນລົງມາສ້າງບ້ານແປງເຮືອນຢູ່ທາງທິດຕາເວັນອອກຂອງບ້ານເປັນຈຳນວນຫຼາຍ. ເຊິ່ງຊື່ທີ່ເອີ້ນວ່າ “ບ້ານດອນໄຈ” ກໍ່ເນື່ອງຈາກເປັນບໍລິເວນທີ່ປະຊາຊົນໄດ້ຂະຫຍາຍບ້ານເຮືອນມາຕັ້ງຢູ່ເປັນພື້ນທີ່ດອນຮາບພຽງໄປຕາມສາຍແມ່ນໍ້າປ້ອມ ເຊິ່ງກໍໄດ້ມີນາງອະມະຕັນຕີ ທີ່ຢູ່ບ້ານແຄວ້ງເກົ່າ ໄດ້ທຽວມາໄຈ (ມາໄຈ ໝາຍເຖິງມາຢາມ) ພໍ່ ຢູ່ຕະຫຼອດເວລາ. ປະຊາຊົນຈຶ່ງໄດ້ພາກັນເອີ້ນຊື່ວ່າ: ບ້ານດອນໄຈ ຈົນຮອດປັດຈຸບັນນີ້.

 

ຄຳຂວັນ:

“ດອນໄຈເຂດແຄ້ວນ ດິນແດນໝາກແຄ່ນຫອມ ມີທົ່ງນາປູກເຂົ້າ ເປັນເຈົ້າສວນຢາງ ຕໍານານສຽງຈ້ອຍ ແລະ ຊໍຍວນ”


ກົດແຊຣ໌