ເມືອງຊຽງຮ່ອນຈັດພິທີເປີດການນໍາໃຊ້ລະບົບຄຸ້ມຄອງລາຍຮັບງົບປະມານແຫ່ງລັດດ້ວຍລະບົບທັນສະໄໝຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ(Tax Ris)

ກົດແຊຣ໌

ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີເປີດການນໍາໃຊ້ລະບົບຄຸ້ມຄອງລາຍຮັບງົບປະມານແຫ່ງລັດດ້ວຍລະບົບທັນສະໄໝຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ(Tax Ris) ພິທີໄດ້ຈັດຂຶ້ນໃນວັນທີ7 ມິຖຸນາ2023ນີ້ ທີ່ສະໂມສອນຂອງເມືອງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນດາວ ແວວທະນັດສີ ກໍາມະການພັກແຂວງຫົວໜ້າພະແນກການເງິນແຂວງໄຊຍະບູລີ ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຊຽງຮ່ອນ ຜ້ຊີ້ນໍາຂົງເຂດວຽກງານເສດຖະກິດ ມີທ່ານບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນແຂວງ,ມີຄະນະປະຈໍາພັກເມືອງ,ຫົວໜ້າຫ້ອງການ,ອົງການ,ກົມກອງ,ທີມງານຂອງແຂວງຜູ້ຮັບຜິຊອບການເງິນບັນຊີ ສໍານັກງານ ອົງການພ້ອມດ້ວຍທຸລະກິດແລະຜູ້ປະກອບການພາຍໃນເມືອງເຂົ້າຮ່ວມ.

ໃນພິທີທ່ານ ບຸນເພັງ ອ່ອນສົມລີ ກໍາມະການພັກເມືອງ ຫົວໜ້າຫ້ອງການ-ການເງິນເມືອງໄດ້ຂືື້ນກ່າວຈຸດປະສົງແລະຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຜັນຂະຫຍາຍການນໍາໃຊ້ລະບົບ(Tax Ris)ຢູ່ເມືອງຊຽງຮ່ອນ ໃນໂອກາດດັ່ງກ່າວ ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງກໍໄດ້ໃຫ້ກຽດກ່າວເປີດການນໍາໃຊ້ລະບົບຄຸ້ມຄອງລາຍຮັບງົບປະມານແຫ່ງລັດດ້ວຍລະບົບທັນສະໄໝຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ(Tax Ris)ຢ່າງເປັນທາງການ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:ການນໍາໃຊ້ເຄື່ອງມືທັນສະໃໝເຂົ້າໃນລະບົບການຄຸ້ມຄອງລາຍຮັບສ່ວຍສາອາກອນເປັນທັນສະໄໝໄປຕາມຍຸດທະສາດທັງເປັນການຜັນຂະຫຍາຍວາລະແຫ່ງຊາດຂອງແຂວງ,ຂອງພະແນກການເງິນ,ເພື່ອອໍານວຍຄວາມສະດວກໃນການແຈ້ງມອບອາກອນໃຫ້ນັບມື້ນັບດີຂຶ້ນແລະທຽບເທົ່າກັບສາກົນ,ໃຫ້ທຸກຄົນໄດ້ຮັບຄວາມຍຸດຕິທໍາຕາມລະບຽບກົດໝາຍ,ຮັບປະກັນໃຫ້ການເກັບອາກອນຈາກຜູ້ເສຍອາກອນເຂົ້າງົບປະມານແຫ່ງລັດຢ່າງລວມສູນ,ໂປ່ງໃສແລະສາມາດກວດສອບໄດ້.ຈາກນັ້ນທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນແຂວງກໍໄດ້ຜ່ານແຈ້ງການຂອງກົມສ່ວຍສາອາກອນສະບັບເລກທີ6090/ກສອ ລົງວັນທີ 01 ທັນວາ2022,ຜ່ານຂໍຕົກລົງຂອງທ່ານ ເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຜັນຂະຫຍາຍການນໍາໃຊ້ລະບົບ Tax Risຢູ່4ເມືອງຄື:ເມືອງຄອບ,ເມືອງຊຽງຮ່ອນ,ເມືອງພຽງແລະເມືອງບໍ່ແຕນ ສະບັບເລກທີ267/ຈຂ.ຊຍ, ລົງວັນທີ22ມີນາ2022,ແຈ້ງການຫ້ອງການກະຊວງການເງິນສະບັບເລກທີ0013/ຫກງ,ລົງວັນທີ3ມັງກອນ2020ວ່າດ້ວຍການໃຊ້ໃບເກັບເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະງົບປະມານແຫ່ງລັດຜ່ານລະບົບທະນາຄານ,ແຈ້ງການຂອງຫົວໜ້າຄັງເງິນແຫ່ງຊາດສະບັບເລກທີ0094/ຄງຊ,ລົງວັນທີ14ມັງກອນ2021 ວ່າດ້ວຍການນໍາໃຊ້ລະບົບຄູ້ມຄອງຕິດຕາມການອອກໃບຮັບເງິນຜ່ານລະບົບທະນາຄານຄັງເງິນແຫ່ງຊາດແລະສະຫຼຸບລາຍງານແບບວ່ອງໄວ (ລະບົບ Tax),ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີກະຊວງການເງິນສະບັບເລກທີ2710/ກງ,ລົງວັນທີ12ຕຸລາ2020ວ່າດ້ວຍການຮັບຮອງເອົາລະບົບຄຸ້ມຄອງ ຕິດຕາມການອອກໃບຮັບເງິນຜ່ານລະບົບທະນາຄານ,ຄັງເງິນແຫ່ງຊາດແລະສະຫຼຸບລາຍງານແບບວ່ອງໄວ.ໃນພິທີທາງທະນາຄານການຄ້າຕ່າງປະເທດຍັງໄດ້ນໍາສະເໜີຊ່ອງທາງແລະຂັ້ນຕອນຜ່ານລະບົບທະນາຄານອີກດ້ວຍ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *