ເມືອງຊຽງຮ່ອນຈັດງານບຸນນະມັດສະການພຣະທາດຊຽງລົມຕິດພັນກັບການເປີດປີທ່ອງທ່ຽວລາວ ປະຈໍາປີ 2024

ກົດແຊຣ໌

ບຸນນະມັດສະການພຣະທາດຊຽງລົມ ຕິດພັນກັບການເປີດປີທ່ອງທ່ຽວລາວ ປະຈໍາປີ 2024 ຂອງເມືອງຊຽງຮ່ອນແຂວງໄຊຍະບູລີ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 24 ມີນາ 2024ນີ້ ຢູ່ທີ່ເດີ່ນວັດພຣະທາດສາສະດາຣາມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ, ມີບັນດາການນໍາຂອງແຂວງ, ຂອງເມືອງ, ແຂກທີ່ຖືກເຊີນ ພ້ອມດ້ວຍປະຊາຊົນບັນດາເຜົ່າ ແລະຊາວພຸດທະສາສະນິກະພາຍໃນເມືອງເຂົ້າຮ່ວມຢ່າງຄຶກຄື້ນ.

ໃນພິທີໄດ້ມີການເຕົ້າໂຮມກ້ອນກໍາລັງພາຍໃນເມືອງ, ກ້ອນກໍາລັງຊາວໜຸ່ມ-ເຍົາວະຊົນ ແລະ ຊົມການສະແດງສິລະປະວັນນະຄະດີ ຈາກນັ້ນ ທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ກໍໄດ້ຂື້ນກ່າວເປີດບຸນນະມັດສະການພຣະທາດຊຽງລົມປະຈໍາປີ 2024 ຕິດພັນກັບການເປີດປີທ່ອງທ່ຽວ ໂດຍກ່າວວ່າ: ໃນທ່າມກາງທີ່ຊາວເມືອງຊຽງຮ່ອນພວມສ້າງຂະບວນການດ້ານຕ່າງໆ ເພື່ອຄຳນັບຮັບຕ້ອນວັນສຳຄັນທາງດ້ານປະຫວັດສາດ ການເປີດປີທ່ອງທ່ຽວຕິດພັນກັບບຸນນະມັດສະການພະທາດຊຽງລົມຂອງເມືອງຊຽງຮ່ອນໃນຄັ້ງນີ້ກໍ່ເພື່ອຍົກລະດັບບຸນນະມັດສະການພະທາດຊຽງລົມໃຫ້ກາຍເປັນປາງບຸນໃຫຍ່ຂອງຊາວເມືອງຊຽງຮ່ອນເພາະວ່າເມື່ອຮອດເດືອນຫ້າເພັງຂອງທຸກໆປີປະຊາຊົນຊາວພຸດທະສາສະນິກະຊົນພາຍໃນເມືອງຊຽງຮ່ອນຈະໄດ້ພ້ອມກັນຫ້າງຫາກະກຽມມາຫົດສົງເພື່ອສັກກາລະບູຊາພະທາດດວງນີ້ເປັນປະຈຳ ນອກຈາກນັ້ນເມືອງຊຽງຮ່ອນຍັງມີແຫຼ່ງທ່ອງທ່ຽວທັງໝົດ 14 ແຫ່ງ ເຊິ່ງໃນນັ້ນມີແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ 3 ແຫ່ງ ແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ 2 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ 9 ແຫ່ງ ການເປີດປີທ່ອງທ່ຽວລາວ 2024ນີ້. ຈຸດປະສົງກໍ່ເພື່ອເປັນການໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວຕິດພັນກັບຮີດຄອງປະເພນີອັນດີງາມຕະຫຼອດເຖິງວິຖີການດຳລົງຊີວິດຂອງລາວເຮົາເວົ້າລວມ,ເວົ້າສະເພາະກໍ່ແມ່ນຂອງຊາວເມືອງຊຽງຮ່ອນໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຂໍ້ມູນຂ່າວສານແຫຼ່ງທ່ອງທ່ຽວລວມເຖິງສະຖານທີ່ພັກແຮມ,ຮ້ານອາຫານເພື່ອດຶງດູດເອົານັກທ່ອງທ່ຽວທີ່ໄດ້ເຂົ້າທ່ຽວຊົມເມືອງຊຽງຮ່ອນຂອງພວກເຮົາໃຫ້ນັບມື້ຫຼາຍຂື້ນ ໃນພິທີດຽວກັນນີ້ກໍຍັງໄດ້ປະກາດຮັບຮອງບ້ານວັດທະນະທໍາສອງບ້ານຄື:ບ້ານພູລ້ານແລະບ້ານມົກສະຕຸ ໃຫ້ເປັນບ້ານວັດທະນະທໍາໃໝ່ເປັນບ້ານທີ 34ແລະ 35.

ຈາກນັ້ນປະທານຄະນະປະທານເຂົ້າຮ່ວມລັ່ນຄ້ອງ 9 ບາດ, ຕັດແຖບຜ້າເປີດງານບຸນນະມັດສະການພຣະທາດຊຽງລົມຕິດພັນກັບການເປີດປີທ່ອງທ່ຽວ2024 ຢູ່ເມືອງຊຽງຮ່ອນຢ່າງເປັນທາງການ ແລະ ຍັງໄດ້ດຳເນີນພິທີທາງສາສະໜາຍົກຍອດຊໍ່ຟ້າໃສ່ຫໍໄວ້ພະເຈົ້າທັນໃຈພ້ອມທັງຄົບງັນຢ່າງເປັນຂະບວນຟົດຟື້ນ.

ໂດຍ: ຖວທ ຊຽງຮ່ອນ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *