ເມືອງຊຽງຮ່ອນ ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ

ກົດແຊຣ໌

ໃນວັນທີ 27 ມີນາ 2024ນີ້ ຢູ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກາຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ 22 ມີນາ 1955-22 ມີນາ 2024 ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ 21 ມີນາ 1946-21 ມີນາ 2024 ໂດຍການປາຖະກະຖາຫວນຄືນມູນເຊື້ອສອງວັນດັ່ງກ່າວຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານອາວຸດໂສບໍານານ, ພະນັກງານຫຼັກແຫຼ່ງຂອງເມືອງ, ນາຍທະຫານ, ນາຍພົນຕໍາຫຼວດ ພ້ອມດ້ວຍສະມາຊິກພັກພາຍໃນເມືອງເຂົ້າຮ່ວມຮັບຟັງ. ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງ ກໍ່ໄດ້ໃຫ້ກຽດປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອຮັກຊາດ, ນໍ້າໃຈຕໍ່ສູ້ອັນພິລະອາດຫານບໍ່ຍອມຈຳນົນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ເຂົ້າໃນການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່, ພາຍໃຕ້ຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ເອກະລາດ, ອິດສະຫຼະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ນັບແຕ່ປີ 1975 ເປັນຕົ້ນມາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ ພັກປະຊາຊົນປະຕິວັດລາວໄດ້ກາຍເປັນພັກກຳອຳນາດ ຊື່ງມີລັດປະຊາທິປະໄຕ ປະຊາຊົນເປັນເຄື່ອງມືອັນແຫຼມຄົມ ເພື່ອຄຸ້ມຄອງສັງຄົມ. ໃນເງື່ອນໄຂທີ່ພັກເປັນພັກກຳອຳນາດ ພັກເຮົາໄດ້ມີການປ່ຽນແປງຄື: ປະຊາຊົນຊາວຜູ້ອອກແຮງງານລາວບັນດາເຜົ່າໄດ້ກາຍເປັນເຈົ້າຂອງປະເທດຊາດທີ່ມີເອກະລາດ ອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງຕົນ ປະເທດຊາດໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງ ມີຄວາມສົມບູນພູນສຸກຂອງປະຊາຊົນຢ່າງແທ້ຈິງ. ໃນໂອກາດດຽວກັນຍັງໄດ້ຫວນຄືນມູນເຊື້ອວັນນັກຮົບເສຍອົງຄະ ແລະ ເສຍຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ແລະເຊື່ອມຊຶມ.

ໂດຍ: ດອນ ຂຽວພະນາ 55443362

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *