ເມືອງຊຽງຮ່ອນກຽມຄວາມພ້ອມໃນການຈັດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ4

ກົດແຊຣ໌

      ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດກອງປະຊຸມກະກຽມການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ສົກຮຽນ 2022-2023 ກອງປະຊຸມໄດ້ຈັດຂື້ນໃນວັນທີ 13 ມິຖຸນາ 2023ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ປະທານຈັດການສອບເສັງຂັ້ນເມືອງ ມີທ່ານ ໄຊ ແສງມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ອຳນວຍການໂຮງຮຽນທົ່ວເມືອງ ແລະຄະນະກຳມະການຈັດການສອບເສັງເຂົ້າຮ່ວມ.

       ວາລະຂອງກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຈັດການສອບເສັງ, ຜ່ານແຜນການດຳເນີນການສອບເສັງ, ກົດລະບຽບການສອບເສັງ ແລະ ຕາຕະລາງການສອບເສັງ  ທົ່ວເມືອງຊຽງຮ່ອນມີໂຮງຮຽນມັດທະຍົມຕອນຕົ້ນທັງໝົດ 10 ແຫ່ງ ໄດ້ແບ່ງອອກເປັນ 4 ສູນສອບເສັງ ມີນັກຮຽນມັດທະຍົມຕົ້ນທັງໝົດ 380 ນ້ອງ,ຍິງ 191 ນ້ອງ ການສອບເສັງຈະໄດ້ດໍາເນີນໄປໃນລະຫວ່າງວັນທີ 14-16 ມິຖຸນາ 2023ນີ້. ໂອກາດທີ່ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງໄດ້ເຂົ້າຮ່ວມກອງປະຊຸມກະກຽມການສອບເສັງໃນຄັ້ງນີ້ ທ່ານຍັງໄດ້ເໜັ້ນໜັກໃຫ້ຄະນະກຳມະການຈັດການສອບເສັງ ແລະ ນ້ອງນັກຮຽນ ຕ້ອງໄດ້ສຸມໃສ່ກະກຽມ ແລະ ດໍາເນີນການສອບເສັງຄັ້ງນີ້ໃຫ້ເປັນໄປຕາມແຜນການທີ່ກຳນົດໄວ້.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *