ເມືອງຊຽງຮ່ອນຈັດພິທີປະກາດ 3  ເປັນບ້ານຢຸດຕິການຖ່າຍຊະຊາຍ ແລະ ປະກາດ 3 ບ້ານເປັນບ້ານສາທາລະນະສຸກແບບຢ່າງ

ກົດແຊຣ໌

ໃນວັນທີ 9 ມິຖຸນາ 2023oນີ້ ຢູ່ທີ່ຫ້ອງການບ້ານ ບ້ານ ດອນປຸ່ງ ກຸ່ມບ້ານປາກເປັດ ເມືອງຊຽງຮ່ອນ ໄດ້ຈັດພິທີປະກາດ 3 ບ້ານເປັນບ້ານຢຸດຕິການຖ່າຍຊະຊາຍ ແລະ 3 ບ້ານເປັນບ້ານ ສາທາລະນະສຸກແບບຢ່າງ ໂດຍການເປັນປະທານ ຂອງ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ, ມີຫົວໜ້າຫ້ອງການສາທາລະນະສຸກເມືອງ , ມີເລຂາຄະນະພັກກຸ່ມບ້ານ, ຄະນະຮັບຜິດຊອບສ້າງບ້ານຢຸດຕິການຖ່າຍຊະຊາຍຂັ້ນເມືອງ, ອົງການປົກຄອງບ້ານພ້ອມດ້ວຍປະຊາຊົນບ້ານດອນປຸ່ງເຂົ້າຮ່ວມ.

     ໃນພິທີ ທ່ານ ດຣ ຄຳສອນ ພົມມະຈັນ ຫົວໜ້າຫ້ອງການສາທາລະນະສຸກເມືອງຊຽງຮ່ອນ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການສ້າງບ້ານຢຸດຕິການຖ່າຍຊະຊາຍ ຈຳນວນ 3 ບ້ານຄື: ບ້ານຫ້ວຍຄູນ, ບ້ານດອນປຸງ, ບ້ານຮ່ອງຄູ ແລະ 3 ບ້ານສາທາລະນະສຸກແບບຢ່າງຄື: ບ້ານຫ້ວຍຄູນ, ບ້ານ ດອນປຸ່ງ ແລະ ບ້ານ ຮ່ອງຄູ ບົດສະຫຼຸບໃຫ້ຮູ້ວ່າ: ໂດຍປະຕິບັດຕາມ 10 ມາດຖານ, 30 ຕົວຊີ້ວັດຂອງກະຊວງສາທາລະນະສຸກວາງອອກ ໃນການສ້າງບ້ານເປັນບ້ານຢຸດຕິຖ່າຍຊະຊາຍ ແລະ ບ້ານສາທາລະນະສຸກແບບຢ່າງຄະນະຮັບຜິດຊອບໄດ້ຊີ້ນໍາ-ນໍາພາ ປຸກລະດົມໃຫ້ພໍ່ແມ່ປະຊາຊົນແຕ່ລະບ້ານເປັນເຈົ້າການໃນການຈັດຕັ້ງວຽກງານດັ່ງກ່າວ ຜ່ານການປະຕິບັດຕາມມາດຖານເງື່ອນໄຂຂອງການສ້າງບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານສາທາລະນະສຸກແບບຢ່າງ ເຊິ່ງ 3ບ້ານ ມີຈຳນວນຄອບຄົວທັງໝົດ 341 ຄອບຄົວ, ພົນລະເມືອງທັງໝົດ 2.119 ຄົນ;ຍິງ  1.020 ຄົນ ຜ່ານການກວດກາຕາມ ແບບຟອມຂອງການກວດກາວິດຖ່າຍຄົວເຮືອນ ແລະ ສະພາບການຮັກສາອະນາໄມຄົວເຮືອນ ເຫັນວ່າ 3 ບ້ານໄດ້ຄົບຕາມມາດຖານ ຂອງການສ້າງບ້ານຢຸດຕິການຖ່າຍຊະຊາຍ ແລະ ການສ້າງບ້ານສາທາລະນະສຸກແບບຢ່າງ ເຫັນວ່າ ມີ 341 ຄອບຄົວສາມາດບັນລຸຕາມມາດຖານທີ່ວາງໄວ້ ເທົ່າກັບ 100%ຂອງຄອບຄົວໃນບ້ານທັງໝົດ. ດັ່ງນັ້ນຈຶ່ງໄດ້ຈັດພິທີມອບໃບຢັ້ງຢືນບ້ານຢຸດຕິການຖ່າຍຊະຊາຍ ແລະໃບຢັ້ງຢືນບ້ານສາທາລະນະສຸກແບບຢ່າງ ຂື້ນຢ່າງເປັນທາງການ ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ຊຽງຮ່ອນ.

        ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງອົງການປົກຄອງ ແລະປະຊາຊົນທີ່ຍາດໄດ້ນາມມະຍົດບ້ານດັ່ງກ່າວ ແລະທ່ານຍັງເໜັ້ນໜັກໃຫ້ອົງການປົກຄອງບ້ານ ແລະປະຊາຊົນຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ ຮັກສາມູນເຊື້ອນາມມະຍົດບ້ານດັ່ງກ່າວໄວ້ໃຫ້ໝັ້ນຄົງຕະຫລອດໄປ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *