ເມືອງຊຽງຮ່ອນຈັດພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ4

ກົດແຊຣ໌

ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດພິທີເປີດຫົວບົດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ຢູ່ພາຍໃນເມືອງຂື້ນ ໃນວັນທີ 14 ມິຖຸນາ 2023ນີ້ ໂດຍການເປັນກຽດເປີດຫົວບົດໂດຍ ທ່ານ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ມີທ່ານ ສີສະຫວາດ ຄຳທະວົງ ຕາງໜ້າພະແນກສຶກສາທິການ ແລະກິລາແຂວງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີຄະກຳມະການຈັດການສອບເສັງຂັ້ນເມືອງ ແລະ ນ້ອງນັກຮຽນເຂົ້າຮ່ວມ. ສຳລັບການສອບເສັງຈົບມັດທະຍົມສຶກສາຕອນຕົ້ນ ມ4ໃນສົກຮຽນ 2022-2023 ຄັ້ງນີ້ໃນທົ່ວເມືອງຊຽງຮ່ອນ ໄດ້ກຳນົດເອົາ 4 ສູນສອງເສັງຄື: ສູນສອບເສັງ ມ.ສ ຊຽງຮ່ອນ, ສູນສອນເສັງ ມ.ສ ທົ່ງກາບ, ສູນສອບເສັງ ມ.ສ ປາກເປັດ ແລະ ສູນສອບເສັງ ມ.ສ ມົກສະຕຸ. ໂດຍມີໂຮງຮຽນມັດທະຍົມຕອນຕົ້ນທົ່ວເມືອງເຂົ້າຮ່ວມທັງໝົດ 10 ແຫ່ງ, ມີນັກສອບເສັງລວມທັງໝົດ: 380 ຄົນ, ຍິງ 191 ຄົນ, ມີຫ້ອງສອບເສັງ 19 ຫ້ອງ ການສອບເສັງປະກອບມີ 6 ວິຊາເສັງຄື: ວິຊາ ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທໍາມະຊາດ, ສຶກສາພົນລະເມືອງ, ຄະນິດສາດ ແລະ ວິຊາ ພາສາອັງກິດ. ການສອບເສັງໄດ້ດຳເນີນແຕ່ວັນທີ 14 -16 ມິຖຸນາ 2023 ເປັນເວລາ 3 ວັນ. ຈຸດປະສົງຄາດໝາຍການສອບເສັງໃນຄັ້ງນີ້ ກໍ່ເພື່ອເປັນການວັດປະເມີນຜົນການຮຽນຂອງນ້ອງນັກຮຽນໃນສົກຮຽນຜ່ານມາ ແລະ ເພື່ອກະກຽມສຶບຕໍ່ຮໍ່າຮຽນຊັ້ນມັດທະຍົມສຶກສາຕອນປາຍຊັ້ນຕໍ່ໄປຢ່າງມີຄຸນນະພາບ.

ໂດຍ: ດອນ ຂຽວພະນາ 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *