ພິທິປາຖະກະຖາ 6 ວັນສຳຄັນທາງປະຫວັດສາດຂອງຊາດຂອງພັກ

ກົດແຊຣ໌

ເມືອງຊຽງຮ່ອນຈັດພິທິປາຖະກະຖາ 6 ວັນສຳຄັນທາງປະຫວັດສາດຂອງຊາດຂອງພັກ ພິທີໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2021 ຢູ່ທີ່ສະໂມສອນເມືອງໂດຍການເປັນກຽດປາຖະກະຖາຂອງທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ ຫົວໜ້າຫ້ອງການ ກົມກອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ນັກສຶກສາທິດສະດີການເມືອງການປົກຄອງຊັ້ນຕົ້ນ ຮຸ່ນທີ 3 ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງການປາຖະກະຖາ 6 ວັນສຳຄັນປະຫວັດສາດຂອງຊາດ ຂອງພັກຄື: ວັນປະກາດເອກກະລາດ 12 ຕຸລາ 1945 ຄົບຮອບ 76 ປີ, ວັນສ້າງຕັ້ງການທູດລາວ ຄົບຮອບ 76 ປີ 12 ຕຸລາ 1945, ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ 12 ຕຸລາ 1787, ວັນຄູແຫ່ງຊາດ 7 ຕຸລາ 1994 ຄົບຮອບ 27 ປີ, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປລາວ 17 ຕຸລາ 2003 ແລະ ວັນຊາດ ສປຈີນ ຄົບຮອບ 72 ປີ 1 ຕຸລາ 1949. ຈຸດປະສົງໃນການປາຖະກະຖາ 6 ວັນປະຫວັດສາດຂອງຊາດຂອງພັກໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງຂອງເມືອງໄດ້ຮັບຮູ້ ແລະ ເຊື່ອມຊຶມມູນເຊື້ອອັນພິລາອາດຫານ ຄວາມສາມັກຄີເປັນປຶກແຜ່ນ ຂອງພັກ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ເພື່ອໃຫ້ຮັບຮູ້ຕໍ່ແນວທາງຂອງພັກຕໍ່ກັບວຽກງານການຕ່າງປະເທດໃນການພົວພັນກັບບັນດາປະເທດພາກພື້ນ ແລະ ສາກົນ, ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ຄວາມສຳຄັນຂອງວຽກງານວິທະຍາສາດ, ຮັບຮູ້ເຂົ້າໃຈການກຳເນີດຂະຫຍາຍຕົວຂອງຄູລາວ ແລະ ຮັບຮູ້ ເຊື່ອມຊຶມ ສາຍພົວພັນທີ່ເປັນມູນເຊື້ອຂອງສອງພັກສອງລັກ ລາວ-ຈີນ ພີທິໄດ້ດຳເນີນເປັນເວລາ 1 ຕອນຈຶ່ງສຳເລັດ.

ໂດຍ: ດອນ ຂຽວພະນາ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *