ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊຽງຮ່ອນຄັ້ງທີ 10 ສະໄໝທີ VII

ກົດແຊຣ໌

ກອງປະຊຸມຄົມຄະນະບໍລິຫານງານພັກເມືອງຊຽງຮ່ອນ ຄັ້ງທີ 10 ສະໄໝທີ VII ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2023ນີ້ ຢູ່ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງສະຫາຍ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຳລານ ສຸວັນນະໂຊດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ ເລຂາໜ່ວຍພັກສຳນັກງານ ຫ້ອງການ ກົມກອງ, ພະນັກງານອາວຸດໂສບໍານານ ພ້ອມດ້ວເລຂາໜ່ວຍພັກບ້ານທົ່ວເມືອງເຂົ້າຮ່ວມ.

        ໃນວາລະຂອງກອງປະຊຸມ ສະຫາຍ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການເຊິ່ງທ່ານໄດ້ກ່າວວ່າ ຕະຫຼອດໄລຍະ 6ເດືອນຜ່ານມາ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2023ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງເມືອງວາງອອກ, ສະພາບການໂດຍລວມຂອງເມືອງພວກເຮົາ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ ເປັນຕົ້ນ: ສະພາບການເງິນ-ງົບປະມານຍັງຝືດເຄືອງ, ເງິນກີບຍັງສືບຕໍ່ອ່ອນຄ່າຢ່າງຕໍ່ເນື່ອງໃນໄລຍະຕົ້ນປີຜ່ານມາ, ຍັງເປັນບັນຫາສີ່ງຫຍໍ້ທໍ້ຕ່າງໆ ເກີດຂຶ້ນໃນສັງຄົມ, ບວກກັບພວກອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີອອກແຮງເຄື່ອນໄຫວມ້າງເພທໍາລາຍເມືອງພວກເຮົາຕະຫຼອດມາກໍຕາມ. ແຕ່ພາຍໃຕ້ການນໍາພາຂອງພັກ-ລັດ ກໍ່ຄືຂອງຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆແມ່ນເຫັນໄດ້ວ່າມີຄວາມຮັບຜິດຊອບຢ່າງເປັນເຈົ້າການໂດຍກົງ ເຮັດໃຫ້ບັນດາຄາດໝາຍຕ່າງໆທີ່ວາງໄວ້ໃນມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ 9 ສະໄໝທີ VII ໃນຄັ້ງຜ່ານມາ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດໃນຫຼາຍດ້ານ ສະແດງອອກພວກເຮົາຍັງສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ, ບັນຍາກາດການຜະລິດຂອງປະຊາຊົນຍັງສືບຕໍ່ເປັນຂະບວນການດີ, ບັນດາຄາດໝາຍສູ້ຊົນລະອຽດຂອງຂະແໜງການແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸໄປແລ້ວຈໍານວນໜຶ່ງ, ບັນດາໂຄງການລົງທຶນຂອງລັດ ແລະ ພາກເອກະຊົນ ແມ່ນໄດ້ດຳເນີນໄປຕາມຂັ້ນຕອນຂອງກົດໝາຍ ມີຄວາມຄືບໜ້າ ແລະ ມີປະສິດທິຜົນເປັນສ່ວນຫຼາຍ, ພື້ນຖານໂຄງລ່າງຢູ່ຊົນນະບົດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງປົວແປງຍົກລະດັບດີຂຶ້ນ ທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການພັດທະນາແລ້ວ ເຫັນວ່າພວກເຮົາຍັງມີຂໍ້ຈໍາກັດ ແລະຈຸດອ່ອນຫຼາຍດ້ານ ທີ່ຄະນະພັກ ແລະ ອົງການປົກຄອງເມືອງຈະໄດ້ພ້ອມກັນສຸມໃສ່ແກ້ໄຂໃຫ້ໄດ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

      ໃນວາລະຂອງກອງປະຊຸມຍັງຈະໄດ້ຮັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະ 6 ເດືອນ ແລະ ທິດທາງແຜນການ 6 ເດືອນຕໍ່ໜ້າ, ຮັບຟັງການລາຍງານການນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານອົງການຈັດຕັ້ງມະຫາຊົນໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການ 6 ເດືອນໃນຕໍ່ໜ້າ. ຈາກນັ້ນຜູ້ເຂົ້າຮ່ວມຍັ້ງຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບບົດສະຫຼຸບ, ທິດທາງແຜນການ ແລະ ວຽກປິ່ນອ້ອມພາຍໄຕ້ການຊີ້ນຳ-ນຳພາຂອງອົງຄະນະພັກເມືອງຊຽງຮ່ອນ ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *