ພິທີພົບປະແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການເມືອງຊຽງຮ່ອນ ແຂວງໄຊຍະບູລີ ກັບ ຫ້ອງວ່າການ ເມືອງຮຸນ ແຂວງອຸດົມໄຊ

ກົດແຊຣ໌

ໃນວັນທີ 7 ກໍລະກົດ 2023ນີ້ ຢູ່ທີ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການເມືອງຊຽງຮ່ອນ ແຂວງໄຊຍະບູລີ ກັບ ຫ້ອງວ່າການເມືອງຮຸນ ແຂວງອຸດົມໄຊ ພິທີໄດ້ຈັດຂື້ນຢູ່ທີ່ຫ້ອງວ່າການເມືອງຊຽງຮ່ອນ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍພະນັກງານຫ້ອງວ່າການເມືອງຊຽງຮ່ອນ ມີທ່ານ ບຸນຕຽມ ສຸພັນທອງ ຮອງເລຂາຄະນະບໍລິຫານງານພັກເມືອງໆຮຸນ ພ້ອມດ້ວຍພະນັກງານຫ້ອງວ່າການເມືອງຮຸນເຂົ້າຮ່ວມ.

    ໃນການພົບປະໃນຄັ້ງນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໄດ້ສະແດງຄວາມຍື້ຍາມຖາມຂ່າວ ແລະລາຍງານສະພາບຈຸດພິເສດຂອງເມືອງຊຽງຮ່ອນ ຈາກນັ້ນ ທ່ານ ບຸນຕຽມ ສຸພັນທອງ ຮອງເລຂາພັກເມືອງເມືອງຮຸນ ໄດ້ລາຍງານສະພາບຈຸດພິເສດຂອງເມືອງຮຸນ ພ້ອມດຽວກັນນັ້ນທັງ 2 ຫ້ອງວ່າການເມືອງໄດ້ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດວຽກງານຫ້ອງວ່າການເຊິ່ງກັນ ແລະກັນ ຫ້ອງວ່າການເມືອງເປັນຫ້ອງການໜຶ່ງທີ່ເປັນເສນາທິການໃຫ້ການນຳເມືອງ ແລະ ບັນດາຂະແໜງການອ້ອມຂ້າງເມືອງໃນການເຄື່ອນໄຫວວຽກງານປິ່ນອ້ອມຂອງເມືອງ. ໃນໂອກາດທີ່ພົບປະແລກປ່ຽນບົດຮຽນວຽກງານຫ້ອງວ່າການໃນຄັ້ງນີ້ຍັງໄດ້ຈັດການແຂ່ງຂັນກິລາ ຟຸດຊໍ ແລະເປຕັ້ງ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງຊຽງຮ່ອນດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະໄມຕີຈິດມິດຕະພາບ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *