ທ່ານຮອງເຈົ້າແຂວງເຄື່ອນໄຫວຕິດຕາມ ກວດກາການກໍ່ສ້າງອາຄານຮຽນຢູ່ໂຮງຮຽນ ມສ ຊຽງຮ່ອນ

ກົດແຊຣ໌

ໃນວັນທີ 15 ມິຖຸນາ 2023ນີ້ ຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນຊຽງຮ່ອນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄດ້ລົງເຄື່ອນໄຫວ ຕິດຕາມ ກວດກາ ໂຄງການກໍ່ສ້າງ ອາຄານຮຽນ ໂຮງຮຽນ ມສ ຊຽງຮ່ອນ ໂດຍການເປັນກຽດຕ້ອນຮັບຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ພ້ອມດ້ວຍອົງການປົກຄອງເມືອງ ຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ທີ່ປຶກສາໂຄງການ, ພ້ອມດ້ວຍຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ. ໃນການລົງເຄື່ອນໄຫວ ຕິດຕາມ ກວດກາການກໍ່ສ້າງອາຄານຮຽນ ໂຮງຮຽນມສ ຊຽງຮ່ອນ ໃນຄັ້ງນີ້ ທ່ານໄດ້ຮັບຟັງການລາຍງານຈາກທ່ານ ສຸລິເດດ ວັນຄຳ ຕາງໜ້າທີ່ປຶກສາໂຄງການ ໄດ້ລາຍງານກ່ຽວກັບໂຄງການ ກໍ່ສ້າງໂຮງຮຽນ ດັ່ງກ່າວ ໂດຍໄດ້ເຊັນສັນຍາໃນວັນທີ 22 ພຶດສະພາ 2023 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ລະຫວ່າງພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໃນນາມເຈົ້າຂອງໂຄງການ ກັບ ບໍລິສັດ ບີເອັມກໍ່ສ້າງຂົວທາງເຄຫະສະຖານ ຈໍາກັດຜູ້ຮັບເໝົາກໍ່ສ້າງ. ໂຄງການກໍ່ສ້າງໂຮງຮຽນ ມສ ຊຽງຮ່ອນ ໄດ້ລົງມືກໍ່ສ້າງແຕ່ວັນທີ 22 ພຶດສະພາ 2023ຜ່ານມາ ໃນມູນຄ່າກໍ່ສ້າງທັງໝົດ 2 ລ້ານ 1 ແສນ ກວ່າໂດລາສະຫະລັດ ຫຼື ເທົ່າກັບ 50 ຕື້ດົ່ງ ເຊິ່ງແມ່ນທຶນຊ່ວຍເຫຼືອລ້າຈາກແຂວງ ກວາງນິງ ສສ ຫວຽດນາມ ປີ 2022 ຫາປີ 2026 ແລະ ໂຄງການກໍ່ສ້າງໂຮງຮຽນ ມສ ດັ່ງກ່າວ ຈະໃຫ້ສໍາເລັດກາງປີ 2025 ກຳນົດການກໍ່ສ້າງ 24 ເດືອນ. ການກໍ່ສ້າງອາຄານຮຽນ ມສ ຫຼັງໃໝ່ເປັນອາຄານ 3 ຊັ້ນ 1 ຫຼັງ ມີຂະໜາດ 12,5×80,7 ແມັດ, ສູງ 14,5 ແມັດ ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ໂຄງຫຼັງຄາເຮັດດ້ວຍເຫຼັກ, ມຸງດ້ວຍສັງກະສີອາລຸຍຊິງ ປະກອບມີ 27 ຫ້ອງ ແລະ ຍັງໄດ້ກໍ່ສ້າງອາຄານອະເນກປະສົງ 1 ຫຼັງ ຂະໜາດ 30×53 ແມັດ, ສູງ 12 ແມັດ ໂຄງສ້າງເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ມຸງດ້ວຍສັງກະສີອາລຸຍຊິງ ພ້ອມນີ້ ຍັງໄດ້ກໍ່ສ້າງປັບປຸງພາຍນອກອາຄານເຊັ່ນ: ປະຕູໂຂງ, ເສັ້ນທາງເຂົ້າໂຮງຮຽນ, ຮ່ອງລະບາຍນໍ້າ, ປ້າຍໂຮງຮຽນ ແລະ ຫຼັກທຸງ. ໜ້າວຽກໃນປະຈຸບັນແມ່ນໄດ້ສຳເລັດການມ້າງອາຄານຫຼັງເກົ່າ ແລະ ກະກຽມປັບສະຖານທີ່ ເພື່ອກະກຽມການກໍ່ສ້າງ. ໂອກາດທີ່ລົງຕິດຕາມໂຄງການອາຄານຮຽນໂຮງຮຽນ ມສ ຊຽງຮ່ອນໃນຄັ້ງນີ້  ທ່ານຮອງເຈົ້າແຂວງຍັງໄດ້

ເໜັ້ນເໜັກໃຫ້ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງຈົ່ງພ້ອມກັນເອົາໃຈໃສ່ກໍ່ສ້າງໃຫ້ອາຄານດັ່ງກ່າວໄດ້ຕາມມາດຖານເຕັກນິກ ແລະ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. 

ໂດຍ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *