ເມືອງຊຽງຮ່ອນສັກວັກຊີນປ້ອງກັນໂຄວິດ 19 ຮອບ 3 ໃຫ້ປະຊາຊົນພາຍໃນເມືອງຂອງຕົນ

ກົດແຊຣ໌

ເມືອງຊຽງຮ່ອນໄດ້ສືບຕໍ່ການສັກວັກຊິນກັນພະ ຍາດໂຄວິດ 19 ຈອນສັນ ແອນຈອນສັນ ໃຫ້ແກ່ປະຊາຊົນບັນດາເຜົ່າ ແຕ່ວັນ 2 ສິງຫາ 2021 ຜ່ານມາ ຊຶ່ງມີມວນຊົນຕື່ນຕົວໄປໃຊ້ບໍລິການຢ່າງຫຼວງຫຼາຍ. ທ່ານ ດຣ ຄຳສອນ ພົມມະຈັນ ຫົວໜ້າຫ້ອງການສາທາລະນະສຸກເມືອງຊຽງຮ່ອນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ໃນໄລຍະຜ່ານມາການສັກວັກຊິນ ໄດ້ຮັບວັກຊີນກັນພະຍາດໂຄວິດ 19 ຈາກພະແນກສາທາລະນະສຸກແຂວງໄຊຍະບູລີ ທັງໝົດ ຈຳນວນ 3 ຄັ້ງ ໃນນີ້ ຄັ້ງຫລ້າສຸດ ແມ່ນໄດ້ຮັບວັກຊີນຊະນິດ ຈອນສັນ ແອນ ຈອນສັນ ຊຶ່ງໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານສະຫະລັດອາເມລິກາ ໂດຍຜ່ານໂຄງການໂຄແວັກ ຈຳນວນ 4.900 ໂດສ, ສາມາດສັກໃຫ້ແກ່ປະຊາຊົນແລ້ວ ຈຳນວນ 600 ກວ່າໂດສ. ວັກຊີນຊະນິດນີ້ ແມ່ນສາມາດສັກໃຫ້ໄດ້ກັບກຸ່ມເປົ້າ ສອງກຸ່ມເປົ້າໝາຍຄື: ກຸ່ມທີ 1 ສັກໃຫ້ຜູ້ທີ່ມີອາຍຸ 40 ຂື້ນໄປ ແລະ ກຸ່ມທີ່ 2 ຜູ້ທີ່ມີພະຍາດຊໍ້າເຮື້ອ ມີພະຍາດປະຈຳຕົວແຕ່ອາຍຸ 18 ປີຂື້ນໄປ. ສໍາລັບຜູ້ທີ່ມີພະຍາດປະຈໍາຕົວຍັງແຂງແຮງຢູ່ແມ່ນໃຫ້ລໍຖ້າສັກວັກຊິນສະນິດອື່ນທີ່ກຳລັງຈະສົ່ງມາ. ສະເພາະຜູ້ທີ່ມີພະຍາດປະຈຳໂຕ, ພະຍາດຊຳເຮື້ອ. ຈຸດດີຂອງວັກຊີນຊະນິດນີ້ ແມ່ນສັກພຽງແຕ່ເຂັມດຽວ ກໍສາມາດສ້າງພູມຄຸ້ມກັນໄດ້ເລີຍ ຄາດວ່າໃນທ້າຍເດືອນສິງຫາ ຈະໃຫ້ການສັກວັກຊີນຊະນິດນີ້ສຳເລັດ.  ທ່ານ ຄຳສອນ ພົມມະຈັນ ຍັງໃຫ້ຮູ້ຕື່ມອີກວ່າ: ເລີ່ມແຕ່ມື້ເປີດຂະບວນການສັກວັກຊີນກັນພະຍາດໂຄວິດ 19 ຮອບທຳອິດ ມາຮອດປັດຈຸບັນ ທາງສາທາລະນະສຸກເມືອງ ສາມາດສັກວັກຊີນໃຫ້ແກ່ປະຊາຊົນ ໄດ້ທັງໝົດ 3.500 ໂດສ. ການສັກວັກຊີນໃນຄັ້ງນີ້ຄາດວ່າວັນທີ 20 ສິງຫາ 2021ໃຫ້ສຳເລັດ.

        ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຈົ່ງພ້ອມພາກັນມາຮັບການສັກຢາກັນພະຍາດໂຄວິດ 19 ໃຫ້ຫລາຍ ເພື່ອເປັນການສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ສາມາດປ້ອງກັນການແຜ່ເຊື້ອພະຍາດໂຄວິດ 19 ໄດ້ໂດຍພື້ນຖານ ໂດຍສະເພາະຜູ້ອາຍຸສູງ ແລະ ມີພະຍາດປະຈໍາໂຕຕ່າງໆ. ນອກຈາກນັ້ນ ກໍ່ໃຫ້ພ້ອມກັນ ເອົາໃຈໃສ່ໃນການປ້ອງກັນຕົນເອງ ເປັນຕົ້ນແມ່ນການໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໝັ່ນລ້າງມືໃສ່ສະບູດ້ວຍນ້ຳສະອາດ ຫລື ເຈວລ້າງມືເປັນປະຈຳ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ. ຢ່າງໃດກໍ່ຕາມ ຜູ້ທີ່ໄດ້ມາຮັບການສັກວັກຊີນແຕ່ລະຄົນຕ່າງກໍມີຄວາມຮູ້ສຶກສຶກດີໃຈ ທີ່ໄດ້ປ້ອງກັນພະຍາດໂຄວິດ 19 ເພາະວ່າຈະເຮັດໃຫ້ຮ່າງກາຍຂອງຕົນ ມີພູມຕ້ານຕໍ່ພະຍາດດັ່ງກ່າວ ແລະ ສັງເກດເຫັນວ່າພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຕື່ນຕົວສູງ ພ້ອມກັນເຂົ້າມາຮັບການສັກວັກຊີນຢ່າງຫລວງຫລາຍ ແລະ ເປັນຂະບວນການຟົດຟື້ນ .

ໂດຍ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ. 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *