ພິທີ ເຊັນສັນຍາ ວ່າດ້ວຍການເຊົ່າທີ່ດິນເພື່ອປູກພືດລົ້ມລຸກໄລຍະສັ້ນ

ກົດແຊຣ໌

        ເມື່ອບໍ່ດົນມານີ້ຢູ່ທີ່ຫ້ອງການແຜນການ ແລະ ການລົງທຶນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີ ເຊັນສັນຍາ ວ່າດ້ວຍການເຊົ່າທີດິນເພື່ອປູກພືດລົ້ມລຸກໄລຍະສັ້ນ ປູກໝາກຖົ່ວເຫຼືອງຢູ່ເມືອງຊຽງຮ່ອນ ລະຫວ່າງຫ້ອງການ ແຜນການ ແລະ ການລົງທຶນເມືອງ ກັບ ບໍລິສັດ ຂາອອກ-ຂາເຂົ້າ ກະສິກຳ ແລະ ລ້ຽງສັດກາງສຽງ ຈຳກັດຜູ້ດຽວ  ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຍຢາທໍ ຮອງເຈົ້້າເມືອງໆຊຽງຮ່ອນ ມີຕາງໜ້າບໍລິສັດ ແລະ ຄະນະກຳມະການຂັ້ນເມືອງເຂົ້າຮ່ວມ.

        ສັນຍາດັ່ງກ່າວນີ້ເປັນການສັນຍາວ່າດ້ວຍການສັນຍາເຊົ່າທີ່ດິນ ເພື່ອປູກພືດລົ້ມລຸກໄລຍະສັ້ນປູກໜາກຖົ່ວເຫຼືອງຢູ່ເມືອງຊຽງຮ່ອນ ເພື່ອເປັນການສົ່ງເສີມການປູກພຶດລະດູແລ້ງ ສົກປີ 2021-2022 ການກຳນົດເວລາເຊົ່າທີ່ດິນ ເລີ່ມແຕ່ເດືອນ ກັນຍາ 2021 ຫາ ເດືອນ ເມສາ 2022 ໃນເນື້ອທີ່ 180 ຮັກຕາ ນອນໃນ 3 ບ້ານຄື: ບ້ານ ດອນເຟືອງ, ບ້ານ ແກ່ນ ແລະ ບ້ານ ຊ້າງ. ວົງເງິນຄໍ້າປະກັນໃນການເຊົາທີ່ດິນ ປູກໝາກຖົ່ວເຫຼືອງ ແມ່ນກຳນົດໃຫ້ ບໍລິສັດວາງເງິນຄໍ້າປະກັນກ່ອນ 80.000.000 ກີບ ບໍລິສັດເປັນຜູ້ຕອບສະໜອງທຶນໂດຍກົງ ເປັນຕົ້ນແມ່ນການເຊົ່າທີ່ດິນ, ເສຍອາກອນ, ຄ່າທຳນຽມຄ່າບໍລິການ ພັນທະຕ່າງໆເຂົ້າຂະແໜງການຂອງເມືອງ ແລະ ບ້ານ ບໍລິສັດຈະຕ້ອງໄດ້ການປົກປັກຮັກສາສິ່ງແວດລ້ອມ ຈັດສັນບ່ອນຖີ້ມຂີ້ເຫຍື້ອ ສິ່ງເສດເຫຼືອ ສິ່ງຂອງທີ່ຊົມໃຊ້ແລ້ວ ບໍ່ໃຫ້ກະທົບກັບສິ່ງແວດລ້ອມ,  ສິດ ແລະ ໜ້າທີ່ຂອງຄະນະກຳມະຂັ້ນເມືອງ ຈະໄດ້ລົງໂຄສະນາເຜີຍແຜ່ຍຸດທະສາດ,ນະໂຍບາຍ,ກົດໝາຍລະບຽບການຕ່າງໆກ່ຽວກັບການສົ່ງເສີມການລົງທຶນ ໃນການພັດທະນາເສດຖະກິດສັງຄົມຂອງເມືອງ ແລະ ຊຸກຍູ້ ຕິດຕາມ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດກິດຈະການ ລວມທັງການຈັດຕັ້ງປະຕິບັດສັນຍາ ເປັນແຕ່ລະໄລຍະ ການສັນຍາໃນຄັ້ງນີ້ ແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ,ລວມໝູ່ ປະຊາຊົນ ແລະ ຜູ້ລົງທຶນ ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ມີຄວາມເປັນເອກະພາບກັນ ລະຫວ່າງ ພາກລັດ ກັບ ບໍລິສັດ ໃນການສ້າງສັນຍາຮ່ວມກັນ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ໂດຍ: ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *