ແຜນວຽກຈຸດສຸມພັດທະນະວຽກງານສຶກສາປະຈຳສົກຮຽນ 2021-2022

ກົດແຊຣ໌

         ໂດຍປະຕິບັດຕາມແຜນການພັດທະນາວຽກງານການສຶກສາ ແລະ ເພື່ອເຮັດໃຫ້ວຽກງານການສຶກສາໄດ້ມີຄຸນນະພາບດີຂຶ້ນ ທາງຫ້ອງການສຶກສາທິການ ແລະ ກິລາເມືອງຊຽງຮ່ອນ ໄດ້ວາງແຜນວຽກຈຸດສຸມໃນການພັດທະນວຽກງານການສຶກສາ ແລະ ກິລາໄວ້ດັ່ງນີ້:

  1. ຕິດຕາມຊຸກຍູ້ການຮຽນ-ການສອນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະສະເພາະກິດຢ່າງເຂັ້ມງວດ;
  2. ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 3 ຂໍ້ຂອງຂະແໜງການສຶກສາ, ສົ່ງເສີມຄູສອນດີສອນເກັ່ງ,ຄູປະສົບການ ແລະ ນັກຮຽນເກັ່ງເພື່ອຄັດເລືອກຕົວແທນແຂ່ງຂັນໃນຂັ້ນຕ່າງໆ;
  3. ລະດົມນັກຮຽນທີ່ຮຽນຈົບຊັ້ນປະຖົມສຶກສາ ປ5 ເຂົ້າຮຽນຕໍ່ມັດທະຍົມຕົ້ນ ແລະ ລະດົມນັກຮຽນທີ່ຮຽນຈົບມັດທະຍົມຕົ້ນ ເຂົ້າຕໍ່ມັດທະຍົມປາຍໃຫ້ໄດ້ຕາມແຜນທີ່ວາງອອກ;
  4. ສືບຕໍ່ປະຕິບັດມາດຕະການແກ້ໄຂບັນຫາປະລະການຮຽນຂອງນັກຮຽນ ແລະ ກຳນົດມາດຕະການແກ້ໄຂບັນຫາທ້າທາຍຕ່າງໆໃນຂົງເຂດ ສຶກສາ ແລະ ກິລາ ເປັນແຜນງານຈຸດສຸມ ແລະ ເປັນແຜນປະຕິບັດງານປະຈຳປີ;
  5. ສືບຕໍ່ປັບປຸງການຈັດຕັ້ງບັນດາໜ່ວຍງານພາຍໃນຫ້ອງການ ແລະ ບັນດາໂຮງຮຽນໃຫ້ສອດຄ່ອງກັບໜ້າທີ່ວຽກງານ;
  6. ສືບຕໍ່ປະຕິບັດນະໂຍບາຍດ້ານຕ່າງໆໃຫ້ຜູ້ບໍລິຫານການສຶກສາ, ຄູ-ອາຈານ ທີ່ມີຜົນງານໃນການປະກອບສ່ວນວຽກງານສຶກສາ ພ້ອມທັງປະຕິບັດນະໂຍບາຍໃຫ້ພະນັກງານຄູ-ອາຈານ ທີ່ສອນຢູ່ຫາງໄກຊອກຫຼີກ;
  7. ຕິດຕາມ  ກວດກາປະເມີນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ 3 ຂັ້ນຄື: ຂັ້ນສູນກາງ, ແຂວງ ແລະ ເມືອງ;
  8. ສືບຕໍ່ຝຶກອົບຮົມສ້າງຄວາມເຂັ້ນແຂງໃຫ້ແກ່ຄູ-ອາຈານ ທີ່ປ່ຽນຫຼັກສູດການຮຽນ-ການສອນຕຳລາໃໝ່ ແລະ ພ້ອມທັງປະເມີນການຮຽນການສອນຫຼັກສູດໃໝ່;
  9. ສືບຕໍ່ຕິດຕາມຊຸກຍູ້ການຮຽນ-ການສອນ ພາກວິຊາພາລະສຶກສາ, ສິລະປະສຶກສາ, ວິຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງຫຼັກສູດທ້ອງຖິ່ນ, ເກັບກຳສະຖິຕິກິລາປະເພດຕ່າງໆ ສົ່ງເສີມກິລາ-ກາຍຍະກຳເພື່ອສຸຂະພາບ ແລະ ກິລາ-ກາຍະກຳພື້ນເມືອງ ແລະ ປະເມີນໂຮງຮຽນຕົວແບບປອດສິ່ງເສບຕິດ;
  10. ວິເຄາະບັນດາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຕາມຕົວຊີ້ວັດຂອງຂະແໜງການສຶກສາ;
  11. ສືບຕໍ່ຈັດສັນງົບປະມານໃຫ້ບັນດາໂຮງຮຽນທົ່ວເມືອງຕາມລະບຽບຫຼັກການເບີກຈ່າຍດ້ານງົບປະມານ;
  12. ສືບຕໍ່ບໍາລຸງວຽກງງານການສຶກສານອກໂຮງຮຽນໃຫ້ສຳເລັດຢູ່ 2 ບ້ານຄື: ບ້ານໂຮມໄຊ ແລະ ບ້ານທົ່ງກາບ;
  13.  ຂະຫຍາຍຕາໜ່າງວຽກງານສິສະປະ-ວັນນະຄະດີໂຮງຮຽນທົ່ວເມືອງປະກອບສ່ວນຂອງໃນກິດຈະກໍາຂອງເມືອງໃຫ້ມີບັນຍາກາດຟົດຟື້ນ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *