ປະກາດເລື່ອນຊັ້ນພະນັກງານ-ນັກຮົບ 4 ກົມກອງຂອງແຂວງໄຊຍະບູລີ

ກົດແຊຣ໌

ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ 4 ກົມກອງຂອງແຂວງໄຊຍະບູລີຄື: ກອງບັນຊາການທະຫານເມືອງຊຽງຮ່ອນ, ກອງບັນຊາການທະຫານເມືອງຄອບ, ກອງຮ້ອຍທະຫານຊາຍແດນ 151 ແລະ ກອງຮ້ອຍທະຫານຊາຍແດນ 150 ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນ ພິທີໄດ້ຈັດຂື້ນໃນວັນທີ 4 ກຸມພາ 2021ນີ້ ຢູ່ທີ່ສະໂມສອນເມືອງຊຽງຮ່ອນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັອ ດາວນ້ອຍ ບຸດບົວທອງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງໄຊຍະບູລີ ມີສະຫາຍ ບຸນລ້ວນ ຊົມສີຫາປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ມີຄະນະພັກ, ຄະນະບັນຊາ ອຳນາດການປົກຄອງເມືອງ ບັນດາແຂກຖືກເຊີນ, ນາຍ ແລະ ພົນທະຫານ ຕະຫຼອດຮອດພະນັກງານນັກງຮົມທີ່ໄດ້ຮັບການເລື່ອນຊັ້ນ 4 ກົມກອງເຂົ້າຮ່ວມ.

ໃນພິທີ ສະຫາຍ ພັທ ສີທອນ ສີມີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການ ທະຫານແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານຢູ່ແຂວງໄຊຍະບູລີ ໄດ້ຕົກລົງເລື່ອນຊັ້ນໃຫ້ນັກພະນັກງານ-ນັກຮົບ 4 ກົມກອງທັງໝົດ 30 ສະຫາຍຄື: ພັຕຂື້ນເປັນພັທຈໍານວນ 2 ສະຫາຍ, ຮ້ອຍເອກຂື້ນພັນຕີຈໍານວນ 2 ສະຫາຍ, ຮ້ອຍໂທຂື້ນຮ້ອຍເອກ ຈຳນວນ 11ສະຫາຍ ແລະ ຮ້ອຍຕີຂື້ນຮ້ອຍໂທຈໍານວນ 10 ສະຫາຍ ແລະ ວາທີຂື້ນຮ້ອຍຕີ ຈຳນວນ 5ສະຫາຍ.

ຕອນທ້າຍ ສະຫາຍ ພັອ ດາວນ້ອຍ ບຸດບົວທອງ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ທະຫານແຂວງໄຊຍະບູລີ ຍັງໄດ້ໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ໄດ້ທີ່ໄດ້ຮັບນະໂຍບາຍເລື່ອນຊັ້ນໃໝ່ໃນຄັ້ງນີ້ ກໍ່ແມ່ນອິກໜຶ່ງໝາກຜົນສຳເລັດຂອງການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ຈຶ່ງໄດ້ຈັດພິທີການເລື່ອນຊັ້ນຢ່າງເປັນທາງການ ແລະ ສະຫາຍຍັງໄດ້ເໜັ້ນໜັກໃຫ້ບັນດາສະຫາຍ ຄະນະພັກ ຄະນະບັນຊາ ແລະ ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຈາກການຈັດຕັ້ງຂັ້ນເທິງ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ສູງຂື້ນ ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ຕໍ່ການຈັດຕັ້ງ ແລະ ຕໍ່ປະຊາຊົນບັນດາເຜົ່າ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນຈັດຕັ້ງປະຕິບັດວິຊາສະເພາະໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ເຮັດໃຫ້ເມືອງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີຂື້ນເປັນກ້າວໆ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *