ເມືອງຊຽງຮ່ອນ ປະກາດແຕ່ງຕັ້ງກຳມະການພັກເມືອງ

        ວັນທີ 10 ມັງກອນ 2023ນີ້. ຢູ່ທີ່ສະໂມສອນຂອງເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງກຳມະການພັກເມືອງ ຊຽງຮ່ອນ ພາຍໃຕ້ການປະທານຂອງສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ

Read more

ພິທີສະເຫຼີມສະຫຼອງ 3 ວັນສຳຄັນຂອງວຽກງານກະສິກຳ

ພິທີສະເຫຼີມສະຫຼອງ 3 ວັນສຳຄັນຂອງວຽກງານກະສິກຳ ແລະ ປ່າໄມ້ຄື: ວັັນຊົນລະປະທານແຫ່ງຊາດ 3 ພະຈິກ, ວັນສັກຢາປ້ອງກັນພະຍາດສັດ 11 ພະຈິກ ແລະ ວັນເປີດຂະບວນການປູກພືດລະດູແລ້ງ 15 ພະຈິກ ຢູ່ເມືອງຊຽງຮ່ອນແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2021ນີ້

Read more

ເມືອງຊຽງຮ່ອນຕັ້ງເປົ້າປູກພືດລະດູແລ້ງໃຫ້ໄດ້ 2.000 ກວ່າເຮັກຕາ

ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງເມືອງທີ່ວາງອອກ ໃນການສົ່ງເສີມການປູກພືດລະດູແລ້ງ ປະຈຳສົກປີ 2021-2022 ຢູ່ພາຍໃນເມືອງຊຽງຮ່ອນ ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ໄດ້ສຸມໃສ່ໃນການເກັບກຳຂໍ້ມູນ ເພື່ອຂຶ້ນແຜນການປູກພືດລະດູແລ້ງ ຂອງຊາວກະສິກອນຢູ່ພາຍໃນເມືອງໃຫ້ທ່ວງທັນກັບລະດູການ.       ການປູກພືດລະດູແລ້ງຂອງຊາວກະສິກອນຢູ່ເມືອງຊຽງຮ່ອນ ເປັນຕົ້ນແມ່ນ: ເຂົ້ານາແຊງໃນເນື້ອທີ່ 850 ຮຕ ຕາມແຜນການຂອງເມືອງຄາດວ່າ ລະດູແລ້ງປີນີ້ຈະປູກເຂົ້ານາແຊງເປັນສິນຄ້າ

Read more

7 ບ້ານໃນເຂດບ້ານທົ່ງກາບຈະໄດ້ນໍາໃຊ້ນໍ້າປະປາໄວໆນີ້

        ຕາມການລາຍງານຂອງຫ້ອງການໂຍທາທິການ ແລະ ຂົ່ນສົ່ງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂຄງການກໍ່ສ້າງນໍ້າປະປາຢູ່ພື້ນທີ່ເຂດບ້ານທົ່ງກາບ, ເມືອງຊຽງຮ່ອນ. ມາຮອດປັດຈຸບັນແມ່ນສໍາເລັດແລ້ວ 90%   ໂຄງການດັ່ງກ່າວເປັນໂຄງການຂອງ ລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ຈຸດປະສົງແມ່ນສະໜອງນໍ້າປະປາໃຫ້ແກ່ປະຊາຊົນເຂດບ້ານທົ່ງກາບ ຈຳນວນ 7 ບ້ານຄື: ບ້ານທົ່ງກາບ, ບ້ານປົ່ງແປ້ນ, ບ້ານນໍ້າລ້ອມ,

Read more

ເຄື່ອນໄຫວສຸຂະສືກສາວຽກງານສາທາລະນະສຸກຢູ່ເຂດປາກເປັດ

ເພື່ອປະຕິບັດຕາມແຜນຂອງກະຊວງສາທາລະນະສຸກ ສປປລາວໄດ້ກຳນົດໄວ້ເພື່ອເຮັດໃຫ້ວຽກງານສາທາ ລະນະສຸກ ດ້ານການບໍລິການໃຫ້ຂະຫຍາຍຕົວທົ່ວເຖີງຮາກຖານຊົນເຜົ່າເຂດຫ່າງໄກສອກຫຼິກໂດຍຖືເອົາການກັນພະຍາດແລະສົ່ງເສີມ ສຸຂະພາບເປັນຕົ້ນຕໍໄປພ້ອມກັບການປິ່ນປົວທີມີຄຸນນະພາບ ແລະ ສະໜອງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖີງ ສະນັ້ນຫ້ອງການສາທາລະນະສຸກເມືອງຊຽງຮ່ອນຈື່ງໄດ້ປະຕິບັດຕາມແຜນຂອງຕົນເພື່ອລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ຂໍ້ມູນຂ່າວສານທາງດ້ານວຽກງານສາທາລະນະສຸກເຊັ່ນ: ການປ້ອງກັນພະຍາດຮັກສາສຸຂະພາບໃຫ້ການບໍລິການສຸຂະພາບແມ່ ແລະ ເດັກເປົ້າໝາຍໃຫ້ພໍ່ແມ່ປະຊາຊົນເຂດບ້ານປາກເປັດໃນລະຫວ່າງວັນທີ່ 12-26 ຕຸລາ 2021 ທີຜ່ານມາ ໂດຍການຊີ້ນໍານໍາພາຂອງ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ

Read more

ປິດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ

        ພິທີປິດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ໃຫ້ອົງການປົກຄອງບ້ານເຂດທົ່ງກາບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ປະຈຳປີ 2021 ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 3 ພະຈິກ 2021ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ປະທານຄະນະກວດກາພັກ,ຫົວໜ້າອົງການກວດກາລັດ,

Read more

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊຽງຮ່ອນຄັ້ງທີ 6 ສະໄໝທີ VII

       ກອງປະຊຸມຄົມຄະນະບໍລິຫານງານພັກເມືອງຊຽງຮ່ອນ ແຂວງໄຊະຍບູລີ ຄັ້ງທີ 6 ສະໄໝທີ VII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລາ 2021ນີ້ ໂດຍການເປັນປະທານຂອງສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໆຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ຄະນະປະຈຳພັກແຂວງ,

Read more

ສະມາຊິກສະພາປະຊາຊົນຂັ້ນແຂວງເຄື່ອນໄຫວຢູ່ເມືອງຊຽງຮ່ອນ

ໃນວັນທີ 26 ຕຸລາ 2021ນີ້ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມ ຂອງສະພາແຫ່ງຊາດ ແລະ ມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ຊຸດທີ 1. ຢູ່ເມືອງຊຽງຮ່ອນ ເຊິ່ງນໍາໂດຍ ທ່ານ ບຸນໄທ ສີເທບ

Read more

ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ລົງມອບ ອຸປະກອນໂທລະໂຄ່ງໃຫ້ອົງການປົກຄອງບ້ານ ປາງສາ ກຸ່ມບ້ານພັດທະນາປາກເປັດ

ພິທີໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2021 ກ່າວມອບໂດຍ ທ່ານ ບຸນມີ ປັນຍາທອງ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ຮັບໂດຍທ່ານ ບຸນດ່ານ ໄຊຍະຄຳ ນາຍບ້ານໆປາງສາ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ແກ້ວວິຊາ

Read more