ກອງປະຊຸມສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ສ່ວຍສາອາກອນ ແລະ ຄັງເງິນ

ກົດແຊຣ໌

ຫ້ອງການການເງິນເມືອງຊຽງຮ່ອນໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງສ່ວຍສາອາກອນ ແລະ ຄັງເງິນຂັ້ນເມືອງ ຂຶ້ນໃນວັນທີ 19 ຕຸລາ 2021ນີ້ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຍຢາທໍ້ ຮອງເຈົ້າເມືອງໆຊຽງຮ່ອນ ມີຫົວໜ້າຫ້ອງການການເງິນເມືອງ ຄະນະທີມງານຮັບຜິດຊອບການກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ເມືອງ  ພ້ອມດ້ວຍພະນັກງານພາຍໃນຫ້ອງການການເງິນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຮັບຟັງການຜ່ານເອກະສານ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ເອກະສານຄໍາແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ , ຜ່ານມາດຕະຖານລວມ ມາດຕະຖານສະເພາະຂອງພະນັກງານນຳພາຄຸ້ມຄອງ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍມາດຕະຖານສະເພາະບາງຕຳແໜ່ງຂອງພະນັກງານ-ລັດຖະກອນຄັງເງິນ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍມາດຕະຖານສະເພາະບາງຕຳແໜ່ງຂອງພະນັກງານ-ລັດຖະກອນສ່ວຍສາອາກອນ. ຈາກນັ້ນພະນັກງານພາຍໃນຫ້ອງການການເງິນໄດ້ພ້ອມກັນດຳເນີນການທາບທາມຢັ່ງຫາງສຽງຮອບທີ I, II ແລະ III ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງຫ້ອງການການເງິນໃນຄັ້ງນີ້ ແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕຳແໜງ ນຳພາຄຸ້ມຄອງ ແຕ່ລະຂັ້ນ ແຕ່ລະຂະແໜງການແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ເປັນການກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາຄຸ້ມຄອງຕອບສະໜອງທາງດ້ານຈຳນວນ ຄຸນນະພາບ ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງຂະແໜງການດັ່ງກ່າວ.

ໂດຍ: ດອນ ຂຽວພະນາ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *