ເມືອງຊຽງຮ່ອນຕັ້ງເປົ້າປູກພືດລະດູແລ້ງໃຫ້ໄດ້ 2.000 ກວ່າເຮັກຕາ

ກົດແຊຣ໌

ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງເມືອງທີ່ວາງອອກ ໃນການສົ່ງເສີມການປູກພືດລະດູແລ້ງ ປະຈຳສົກປີ 2021-2022 ຢູ່ພາຍໃນເມືອງຊຽງຮ່ອນ ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ໄດ້ສຸມໃສ່ໃນການເກັບກຳຂໍ້ມູນ ເພື່ອຂຶ້ນແຜນການປູກພືດລະດູແລ້ງ ຂອງຊາວກະສິກອນຢູ່ພາຍໃນເມືອງໃຫ້ທ່ວງທັນກັບລະດູການ.

      ການປູກພືດລະດູແລ້ງຂອງຊາວກະສິກອນຢູ່ເມືອງຊຽງຮ່ອນ ເປັນຕົ້ນແມ່ນ: ເຂົ້ານາແຊງໃນເນື້ອທີ່ 850 ຮຕ ຕາມແຜນການຂອງເມືອງຄາດວ່າ ລະດູແລ້ງປີນີ້ຈະປູກເຂົ້ານາແຊງເປັນສິນຄ້າ ໃນເນື້ອທີ່ 550 ເຮັກຕາ, ປູກຄໍ້າປະກັນສະບຽງອາຫານ 200 ຮັກຕາ ແລະ ປູກເປັນແນວພັນ 100 ເຮັກຕາ.

ມາຮອດປະຈຸບັນການຈັດຕັ້ງປະຕິບັດແມ່ນກຳລັງກະກຽມດິນ, ກະກຽມແນວພັນ ແລະ ຄາດວ່າທ້າຍເດືອນພະຈິກ ຫາ ຕົ້ນເດືອນທັນວານີ້ຈະຊຸກຍູ້ໃຫ້ຊາວກະສິກອນເລີ່ມລົງມືຫວ່ານກ້າ ແລະ ຄາດໄຖ ການປູກພືດຜັກບໍລິໂພກພາຍໃນ ເປັນຕົ້ນພືດຕະກຸນຖົ່ວທົ່ວເມືອງໃນເນື້ອທີ່ 90 ເຮັກຕາ, ສາລີຫວານ 50 ເຮັກຕາ ແລະ ພືດຜັດຕ່າງໆໃນເນື້ອທີ່ 380 ເຮັກຕາ ຕໍ່ກັບການຊຸກຍູ້ສົ່ງເສີມການປູກພືດຂອງຊາວກະສິກອນພາຍໃນເມືອງແລ້ວ ທາງອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນເຂົ້າໃນການປູກໜາກໂມຈຳນວນ 3 ບໍລິສັດຄື: ບໍລິສັດນໍ້າເຜິ້ງ ຈຳນວນ 200 ຮຕ ,ບໍລິສັດຊຽງ  ໜົງຈຳນວນ 200 ຮຕ ແລະ ບໍລິສັດມະນີວົງ 30 ຮຕ. ມາຮອດປະຈຸບັນຈັດຕັ້ງປະຕິບັດໄດ້ 10,92%, ການສົ່ງເສີມການປູກໜາກເຜັດຂອງສະຫະກອນຫົງສາ ໃນເນື້ອທີ່ 50 ເຮັກຕາ ແລະ ໝາກປູກໝາກຖົ່ວເຫຼືອງ ຂອງບໍລິສັດກະສິກຳ ແລະ ລ້ຽງສັດກາງຊຽງ ໃນເນື້ອທີ່ 250 ເຮັກຕາຮອດປະຈຸບັນແມ່ນກຳລັງກະກຽມດິນ  ທັງໝົດນີ້ກໍເພື່ອເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນຈາກການເຊົ່າທີ່ດິນ, ຄ່າແຮງງານກໍາມະກອນແລະ ອຶ່ນໆ ເເນໃສ່ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນໃນເມືອງຊຽງໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.

ໂດຍ: ດອນ ຂຽວພະນາ ຖວທ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *