ເມືອງຊຽງຮ່ອນ ປະກາດແຕ່ງຕັ້ງກຳມະການພັກເມືອງ
![](https://xienghone.gov.la/wp-content/uploads/2023/01/WhatsApp-Image-2023-01-11-at-09.39.08-1024x678.jpeg)
ວັນທີ 10 ມັງກອນ 2023ນີ້. ຢູ່ທີ່ສະໂມສອນຂອງເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງກຳມະການພັກເມືອງ ຊຽງຮ່ອນ ພາຍໃຕ້ການປະທານຂອງສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ຊຽງຮ່ອນ ມີຄະນະປະຈຳພັກເມືອງ ທີມງານຂອງແຂວງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.
![](https://xienghone.gov.la/wp-content/uploads/2023/01/WhatsApp-Image-2023-01-11-at-09.39.09-1024x678.jpeg)
ໃນພິທີສະຫາຍ ຈັນເພັງ ແສນຄຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 730/ຄພຂ ຊຍ ລົງວັນທີ 26 ທັນວາ 2022 ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ໄຊຄຳ ຄອງຕີ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ຊຽງຮ່ອນ ເປັນກຳມະການພັກເມືອງ ແລະ ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 729/ ຄພຂ.ຊຍ ລົງວັນທີ 26 ທັນວາ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຄຳແພງ ພະນາໄລ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ຊຽງຮ່ອນ ເປັນກຳມະການພັກເມືອງ.
ໃນໂອກາດທີ່ສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງ ໄຊຍະບູລີ ເຂົ້າຮ່ວມປະກາດແຕ່ງຕັ້ງກຳມະການພັກເມືອງໃນຄັ້ງນີ້ ສະຫາຍຍັງໄດ້ໂອລົມໃຫ້ຄຳຄິດຄຳເຫັນເຊິ່ງສະຫາຍໄດ້ກ່າວວ່າ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະຕໍ່ໜ້າ ແລະ ຍາວນານ ແລະ ສະຫາຍຍັງແໜ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງສືບຕໍ່ເພີ່ມທະວີເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງແນວຄິດໃນການຊີ້ນໍາ-ນໍາພາ, ປັບປຸງແບບແຜນວິທີເຮັດວຽກ ແລະກຳລັງໃຫ້ມີຄວາມເຂັ້ມແຂງ, ຍົກສູງຄວາມຮັບຜິດຊອບເຂົ້າໃນການນໍາພາວຽກງານຕາມພາລະບົດບາດ, ສິດ ໜ້າທີ່ຂອງຕົນ, ຕັ້ງໜ້າເອົາໃຈໃສ່ເຝິກຝົນຫຼໍ່ຫອມຕົນເອງ ແລະ ສະມາຊິກພາຍໃນຄວາມຮັບຜິດຊອບຂອງຕົນ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ-ວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດຕາມລະດັບຄາດໝາຍ.
ໂດຍ: ດອນ ຂຽວພະນາ 02055443362