ພິທີເຊັນສັນຍາ ໂຄງການກໍ່ສ້າງນໍ້າປະປາເຂດທົ່ງກາບ

ກົດແຊຣ໌

ໃນຕອນເຊົ້າຂອງວັນທີ 27 ກຸມພາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໄດ້ຈັດພິທີເຊັນສັນຍາມອບໝາຍ ໂຄງການກໍ່ສ້າງນໍ້າປະປາຢູ່ທີ່ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ລະຫວ່າງລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ກັບ ບໍລິສັດ ທໍ່ນໍ້າລາວອຸດສາຫະກຳເຕັກໂນໂລຊີ ຈຳກັດຜູ້ດຽວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນລ້ວນ ຊົມສີຫາປັນຍາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຊຽງຮ່ອນ ມີທ່ານ ບຸນລົງ ດວງນາລີ ປະທານບໍລິສັດ ທໍ່ນໍ້າລາວອຸດສາຫະກຳເຕັກໂນໂລຊີ ພ້ອມທັງມີຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງໄຊຍະບູລີ,ອຳນາດການປົກຄອງເມືອງ ຂະແໜງການກ່ຽວຂອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ໂຄງການກໍ່ສ້າງນໍ້າປະປາ ຢູ່ທີ່ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ເປັນໂຄງການສະໜອງນໍ້າປະປາໃຫ້ແກ່ເຂດບ້ານທົ່ງກາບ ຈຳນວນ 8 ບ້ານຄື: ບ້ານທົ່ງກາບ, ບ້ານປົ່ງແປ້ນ, ບ້ານນໍ້າລ້ອມ, ບ້ານແກສີພົມ, ບ້ານພູລ້ານ, ບ້ານຫ້ວຍຮາກ, ບ້ານສີນົກໄຊ ແລະ ບ້ານຫ້ວຍຕອງ ໜ້າວຽກປະກອບມີ ລະບົບຫົວງານ, ອ່າງບໍາບັດນໍ້າຂະໜາດການຜະລິດ 60 ແມັດກ້ອນ ຕໍ່ຊົ່ວໂມງ ພ້ອມອ່າງເກັບນໍ້າຂະໜາດ 250 ແມັດກ້ອນ, ລະບົບທໍ່, ລະບົບໄຟ້າ, ຫ້ອງການ ແລະ ຜູ້ຊ່ວຍດ້ານເຕັກນິກ ລວມມູນຄ່າການກໍ່ສ້າງທັງໝົດ 8.201.878.820 ກີບ(ແປດພັນສອງຮ້ອຍໜຶ່ງລ້ານ ແປດແສນເຈັດສິບແປດພັນ ແປດຮ້ອຍຊາວກີບ) ໄລຍະການກໍ່ສ້າງ 180 ວັນ ນັບແຕ່ມື້ລົງມືການກໍ່ສ້າງ ໂຄງການກໍ່ສ້າງດັ່ງກ່າວນີ້ເປັນການສະໜອງນໍ້າໃຫ້ປະຊາຊົນເຂດດັ່ງກ່າວໄດ້ຊົມໃຊ້ນໍ້າປະປາຢ່າງສະດວກສະບາຍ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *