ເມືອງຊຽງຮ່ອນ ປະກາດແຕ່ງຕັ້ງກຳມະການພັກເມືອງ

ກົດແຊຣ໌

        ວັນທີ 10 ມັງກອນ 2023ນີ້. ຢູ່ທີ່ສະໂມສອນຂອງເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງກຳມະການພັກເມືອງ ຊຽງຮ່ອນ ພາຍໃຕ້ການປະທານຂອງສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ຊຽງຮ່ອນ ມີຄະນະປະຈຳພັກເມືອງ ທີມງານຂອງແຂວງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.

        ໃນພິທີສະຫາຍ ຈັນເພັງ ແສນຄຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 730/ຄພຂ ຊຍ ລົງວັນທີ 26 ທັນວາ 2022 ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ໄຊຄຳ ຄອງຕີ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ຊຽງຮ່ອນ ເປັນກຳມະການພັກເມືອງ ແລະ ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 729/ ຄພຂ.ຊຍ ລົງວັນທີ 26 ທັນວາ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຄຳແພງ ພະນາໄລ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ຊຽງຮ່ອນ ເປັນກຳມະການພັກເມືອງ.

        ໃນໂອກາດທີ່ສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ  ແຂວງ ໄຊຍະບູລີ ເຂົ້າຮ່ວມປະກາດແຕ່ງຕັ້ງກຳມະການພັກເມືອງໃນຄັ້ງນີ້ ສະຫາຍຍັງໄດ້ໂອລົມໃຫ້ຄຳຄິດຄຳເຫັນເຊິ່ງສະຫາຍໄດ້ກ່າວວ່າ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະຕໍ່ໜ້າ ແລະ ຍາວນານ ແລະ  ສະຫາຍຍັງແໜ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງສືບຕໍ່ເພີ່ມທະວີເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງແນວຄິດໃນການຊີ້ນໍາ-ນໍາພາ, ປັບປຸງແບບແຜນວິທີເຮັດວຽກ ແລະກຳລັງໃຫ້ມີຄວາມເຂັ້ມແຂງ, ຍົກສູງຄວາມຮັບຜິດຊອບເຂົ້າໃນການນໍາພາວຽກງານຕາມພາລະບົດບາດ, ສິດ ໜ້າທີ່ຂອງຕົນ, ຕັ້ງໜ້າເອົາໃຈໃສ່ເຝິກຝົນຫຼໍ່ຫອມຕົນເອງ ແລະ ສະມາຊິກພາຍໃນຄວາມຮັບຜິດຊອບຂອງຕົນ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ-ວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດຕາມລະດັບຄາດໝາຍ.

ໂດຍ: ດອນ ຂຽວພະນາ 02055443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *