ເມືອງຊຽງຮ່ອນສຳເລັດກອງປະຊຸມກາງສະໄໝຂອງອົງຄະນະພັກ ສະໄໝທີ VII

ກົດແຊຣ໌

ກອງປະຊຸມກາງສະໄໝທີ VII ຂອງອົງຄະນະພັກເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 13 ທັນວາ 2022ນີ້ ທີ່ສະໂມສອນຂອງເມືອງ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະຊີ້ນຳຂັ້ນແຂວງ ມີບັນດາສະຫາຍຄະນະບໍລິຫານງານພັກເມືອງ, ເລຂາ, ຮອງເລຂາໜ່ວຍພັກ, ເລຂາພັກບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.
        ກອງປະຊຸມສະຫາຍ ກົງທອງ ສິດທິໄຊ ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ຢ່າງເປັນທາງການເຊິ່ງສະຫາຍໄດ້ກ່າວວ່າ: ຕະຫຼອດໄລຍະກາງສະໄໝ ຄະນະບໍລິຫານງານພັກເມືອງຊຽງຮ່ອນ ໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດມະຕິ VII ຂອງຕົນ ເພື່ອພັດທະນາເສດຖະກິດ-ສັງຄົມພາຍໃນເມືອງ ໃຫ້ມີການຂະຫຍາຍຕົວເທື່ອລະກ້າວ ເຮັດໃຫ້ທົ່ວເມືອງຮັກສາໄດ້ຄວາມສະຫງົບໂດຍພື້ນຖານ ເປັນຕົ້ນແມ່ນຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນືອງ, ຕິດພັນກັບວາລະແຫ່ງຊາດໂດຍສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງເທື່ອລະກ້າວສຸມໃສ່ການປູກພືດເປັນສິນຄ້າ ແລະ ພືດສະບຽງອາຫານຫຼາຍຂື້ນ, ຊຸກຍູ້ໃຫ້ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນໃຫ້ຫຼາຍຂື້ນສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າໃຫ້ມີຊີວິດການເປັນຢູ່ດີຂື້ນ  ໃນວາລະກອງປະຊຸມຄັ້ງນີ້ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2019-2022 (ກາງສະໄໝ) ແລະ ທິດທາງແຜນການປີ 2022-2024, ໂດຍລວມເສດຖະກິດຂອງເມືອງຍັງຂະຫຍາຍຕົວໃນລະດັບ 5,64% ທຽບໃສ່ຄາດໝາຍປະຕິບັດໄດ້ 80,34% ລວມຍອດລາຍຮັບພາຍໃນເມືອງໄດ້ທັງໝົດ 703,94 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 20 ລ້ານກີບ ຫຼື ເທົ່າກັບ 2.003 ໂດລາ/ຄົນ/ປີ ທຽບໃສ່ແຜນການ 5 ປີປະຕິບັດໄດ້ 74,18%. ການແກ້​ໄຂ​ຄວາມ​ທຸກ​ຍາກ​ຕາມ 4 ເນື້ອ​ໃນ 4 ຄາດ​ໝາຍມີຄອບຄົວທີ່ບໍ່ບັນລຸມາດຖານພົ້ນທຸກ 770 ຄອບຄົວ, ຄອບຄົວພັດທະນາ 5.902 ຄອບຄົວ, ເທົ່າກັບ 84,36%, ບ້ານພັດທະນາ 37 ບ້ານ, ເທົ່າກັບ86,4%, ບ້ານບໍ່ພົ້ນທຸກ 6 ບ້ານ. ພ້ອມກັນນີ້ ຍັງຍົກໃຫ້ເຫັນບາງຈຸດອ່ອນ ຂໍ້ຄົງຄ້າງທີ່ໄດ້ຍົກຂື້ນມາຄົ້ນຄວ້າເພື່ອຊອກຫາທິດທາງໃນການແກ້ໄຂໃນຕໍ່ໜ້າ. ການຊີ້ນຳ-ນຳພາຂອງອົງຄະນະພັກເມືອງໂດຍລວມຍັງຮັກສາໄດ້ ສະພາບລວມຂອງເມືອງແມ່ນມີຄວາມສະຫງົບໂດຍພື້ນຖານ, ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມແມ່ນມີແຜນການສະກັດກັ້ນໃຫ້ຫຼຸດໜ້ອຍຖອຍລົງ, ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບົນດາເຜົ່າ ມີຄວາມຮັບຮູ້ຕໍ່ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ກອງ​ປະ​ຊຸມກາງສະໄໝຂອງກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີVII ຂອງ​ອົງ​ຄະ​ນະ​ພັກ​ເມືອງ ​ຊຽງຮ່ອນ ດຳເນີນເປັນເວລາ 1 ວັນເຕັມ,ໂດຍມີຜູ້ແທນສົມບູນທົ່ວອົງຄະນະພັກເມືອງເຂົ້າຮ່ວມທັງໝົດ117 ສະຫາຍ,ຍິງ 9 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມະຊິກພັກທັງໝົດ1.449 ສະຫາຍ, ຍິງ405ສະຫາຍ ບັນດາສະຫາຍເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບແລະໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳຄິດ-ຄຳເຫັນເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຕາມຈຸດປະສົງທີ່ວາງໄວ້.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ດວງຕາ ໄຊວຸດ ຮອງເລຂາ ຄະນະບໍລິຫານງານພັກແຂວງ ໄຊຍະບູລີ ເຊິ່ງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານພັກເມືອງ, ຄະນະໜ່ວຍພັກ ຈົ່ງໄດ້ພ້ອມກັນສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ-ທົ່ວເຖິງ, ເອົາໃຈໃສ່ສຶຶກສາອົບຮົມໃຫ້ປະຊາຊົນຊັ້ນຄົນຕ່າງໆ, ມີສະຕິຕໍ່ການຈັດຕັ້ງ, ລະບຽບກົດໝາຍ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິຂອງຄົນບໍ່ດີ ຢ່າງເປັນປົກກະຕິ, ເອົາໃຈໃສ່ສືບຕໍ່ກໍ່ສ້າງ ແລະ ປັບປຸງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີເຮັດວຽກຕາມ 5ຫຼັກການ ແລະ 3 ທິດນຳ ໃຫ້ບັນລຸຕາມຄາດໝາຍ,   ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໂດຍສຸມໃສ່ການ ສົ່ງເສີ່ມການຜະລິດກະສິກໍາເປັນສິນຄ້າທີ່ຕິດພັນກັບການປຸງແຕ່ງ ຕາມທ່າແຮງ ແລະຄວາມສາມາດບົ່ມຊ້ອນຂອງເມືອງ ເພື່ອເຮັດໃຫ້ເມືອງ ຊຽງຮ່ອນ ມີການພັດທະນາຫຼຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ.
ໂດຍ: ດອນ ຂຽວພະນາ 020 5544 3362.

ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *