ຮອງເຈົ້າແຂວງ ລົງຊຸກຍູ້ວຽກງານເສດຖະກິດຢູ່ເມືອງຊຽງຮ່ອນ
ໃນວັນທີ 31 ສິງຫາ 2021ນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ ຜູ້ຊີ້ນຳວຽກງານ ເສດຖະກິດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ວຽກງານເສດຖະກິດ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍ ການນຳຂັ້ນເມືອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.
![](https://xienghone.gov.la/wp-content/uploads/2021/09/IMG-20210901-WA0013-1024x678.jpg)
ໃນການລົງເຄື່ອນໄຫວຢູ່ເມືອງຊຽງຮ່ອນໃນຄັ້ງນີ້ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ເສດຖະກິດ ໄລຍະ 8 ເດືອນ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2021 ເຖິງວ່າຈະໄດ້ຮັບຜົນກະທົບຈາກປັດໃຈຫຼາຍໆດ້ານ ແຕ່ເສດຖະກິດຂອງເມືອງ ຍັງໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕໍ່ເນື່ອງ ແຜນການໃນປີ 2021 ວາງໄວ້ການຂະຫຍາຍຕົວຂອງເສດຖະກິດໃນລະດັບ 7,5% ລວມຍອດມູນຄ່າຜົນຜະລິດພາຍໃນ 655 ຕື້ກີບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.292 ໂດລາສະຫະລັດ, ໂດຍສ້າງມູນຄ່າເພີ່ມ ພາຍໃນປີປະມານ 42,13 ຕື້ກີບຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າເສດຖະກິດຂະຫຍາຍຕົວໃນລະດັບ 3,25% ລວມຍອດຜະລິດຕະພັນພາຍໃນໄດ້ 549,5 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 2.212 ໂດລາສະຫະລັດ/ຄົນ/ປີ ເສດຖະກິດ ທີ່ວາງອອກບໍ່ບັນລຸຕາມແຜນປັດໃຈຫຼັກແມ່ນຍ້ອນການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໂດຍກົງ. ກ່ຽວກັບການຈັດເກັບລາຍຮັບ-ລາຍຈ່າຍໃນໄລຍະ 8 ເດືອນຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 1.922 ລ້ານກີບ ເທົ່າກັບ 84,68% ຂອງແຜນການປີ ແຜນການປີ 2.270 ລ້ານກີບ, ໃນນັ້ນ; ຮັບຈາກສ່ວຍສາອາກອນ ແຜນປີ 2.150 ລ້ານກີບ ປະຕິບັດໄດ້ 1.833 ລ້ານກີບ ເທົ່າກັບ 85,28% ຮັບຈາກຄຸ້ມຄອງຊັບສິນ ແຜນປີ 120 ລ້ານກີບ ປະຕິບັດໄດ້ 89 ລ້ານກີບ ເທົ່າກັບ 74,17%; ການຄຸ້ມຄອງລາຍຈ່າຍ ແຜນລາຍຈ່າຍທັງໝົດ 2.566 ລ້ານກີບ ປະຕິບັດໄດ້ 1.713 ລ້ານກີບ ເທົ່າກັບ 66.76% ກ່ຽວກັບການສົ່ງເສີມການລົງທຶນ ບັນດາໂຄງການທີ່ສະພາອະນຸມັດໃນໄລຍະຜ່ານມາມີ ທັງໝົດ 26 ໂຄງການ, ລວມມູນຄ່າທັງໝົດ 97.123ລ້ານກີບ ກ່ຽວກັບການຜະລິດກະສິກໍາ ເປັນຕົ້ນແມ່ນລະດູຝົນປີ 2021 ມີເນື້ອທີແຜນການປູກພືດລວມທັງໝົດມີ 10.777 ເຮັກຕາ, ປະຕິບັດໄດ້ 11.123 ຮຕ, ທຽບໃສ່ແຜນເພີ່ມຂື້ນ 345 ຮຕ ເທົ່າກັບ 103% ຖ້າທຽບໃສ່ປີຜ່ານມາຫຼຸດລົງ 650 ຮຕ. ໃນນັ້ນມີເນື້ອທີ່ແຜນການປູກເຂົ້າລວມ 4.158 ເຮັກຕາ ເນື້ອທີ່ແຜນການປູກພືດເສດຖະກິດ 6.000 ເຮັກຕາ ເປັນຕົ້ນແມ່ນ ໝາກເດືອຍ, ມັນຕົ້ນ, ສາລີ ແລະ ອື່ນຯ, ເນື້ອທີ່ປູກພືດໄວ້ບໍລິໂພກ 500 ເຮັກຕາ, ເນື້ອທີ່ແຜນການໄມ້ໃຫ້ໝາກ 17, 5 ເຮັກກຕາ ແລະ ຍັງໄດ້ກຳນົດທິດທາງແຜນການ 4 ເດືອນທ້າຍປີ 2021. ຕໍ່ກັບການຈັດຕັ້ງປະຕິບັດຍັງໄດ້ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ຂໍ້ຄົງຂ້າງ ແລະ ບົດຮຽນທີ່ຖອດຖອນໄດ້.
ຕອນທ້າຍ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງຍັງໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນ ຕໍ່ກັບວຽກງານເສດຖະກິດ ທີ່ເປັນສິ່ງທ້າທາຍໃນໃລຍະປະຈຸບັນ ເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ 19 ບັນຫາການແກ້ໄຂເສດຖະກິດການເງິນ ທີ່ຈະໄດ້ພ້ອມກັນເອົາໃຈໃສ່ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງເມືອງຕ້ອງໄດ້ພ້ອມກັນ ປະຢັດມັດທະຍັດລາຍຈ່າຍງົບປະມານ ການໃຊ້ຈ່າຍຕ້ອງໄດ້ໃຊ້ຈ່າຍຢ່າງສົມເຫດສົມຜົນ, ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງພາກລັດ ແລະ ເອກະຊົນໃຫ້ປະຕິບັດຕາມລະບຽບຫຼັກການທີ່ວາງອອກ, ເອົາໃຈໃສ່ຊຸກຍູ້ການຜະລິດ ເປັນຕົ້ນແມ່ນການຜະລິດລະດູປີ ແລະ ແຜນລະດູແລ້ງໃຫ້ເປັນຂະບວນກ້ວາງຂວາງ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສົ່ງເສີມການນຳໃຊ້ເຕັກນິກ ວິທະຍາສາດເຂົ້າໃນການຜະລິດ ຕິດພັນກັບການຜະລິດທີ່ມີຄຸນນະພາບໃຫ້ນັບມື້ນັບຫຼາຍຂື້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດການຈັດເກັບລາຍຮັບທ້າຍປີ 2021 ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362
![](https://xienghone.gov.la/wp-content/uploads/2021/09/IMG-20210901-WA0012-1024x678.jpg)