ເປີດຝຶກອົບຮົມ ກົດໝາຍ 45 ວັນໃຫ້ອົງການປົກຄອງບ້ານເຂດທົ່ງກາບ

ກົດແຊຣ໌

ພິທີເປີດຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ 45 ວັນ ໃຫ້ອົງການປົກຄອງບ້ານເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 1 ກັນຍາ 2021ນີ້ ຢູ່ທີ່ຫ້ອງການບ້ານ ປົ່ງແປ້ນ ໃຫ້ກຽດກ່າວເປີດໂດຍ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ມີບັນດາທ່ານ ຫົວໜ້າຫ້ອງຮອງຫ້ອງການ ວິທະຍາກອນ, ຄະນະຮັບຜິດຊອບຈັດຝຶກອົບຮົມ ແລະ ສຳມະນາກອນທີ່ມາຈາກ ອົງການປົກຄອງບ້ານເຂດທົ່ງກາບເຂົ້າຮ່ວມ.

ຊຸດເປີດຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ 45 ວັນໃນຄັ້ງນີ້ ສຳມະນາກອນຈະໄດ້ອົບຮົມຄວາມຮູ້ທາງດ້ານກົດໝາຍປະກອບມີ 32 ວິຊາ, ມີຈຳນວນສຳມະນາກອນເຂົ້າຮ່ວມອົບຮົມທັງໝົດ 35 ທ່ານ,ຍິງ 3 ທ່ານ ທີ່ມາຈາກ ອົງປົກຄອງບ້ານເຂດທົ່ງກາບ ບ້ານລະ 5 ທ່ານ ຊຸດອົບຮົມກົດໝາຍໃນຄັ້ງນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍວຽກງານຍຸຕິທຳ ກໍ່ຄືການນຳເອົາກົດໝາຍລົງສູ່ຂັ້ນຮາກຖານ ແນໃສ່ເຮັດໃຫ້ອົງການປົກຄອງບ້ານເຂດດັ່ງກ່າວໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍໃຫ້ຫຼາຍຂື້ນ ທັງເປັນການເຮັດໃຫ້ອົງການປົກຄອງບ້ານ ມີຄວາມໜັກແໜ້ນໃນການຊີ້ນຳ-ນຳພາຢູ່ໃນແຕ່ລະຂົງເຂດວຽກງານ ສາມາດນຳເອົາຄວາມຮູ້ທາງດ້ານກົດໝາຍ ໄປສຶກສາອົບຮົມພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານຂອງຕົນໃຫ້ມີສະຕິເຄົາລົບລະບຽບ-ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງ .

ຕອນທ້າຍທ່ານ ກົງທອງ ສິດທິໄຊ ຍັງຮຽກຮ້ອງມາຍັງ ວິທະຍາກອນ,ຄູອາຈານຕ້ອງໄດ້ສຸມສະຕິປັນຍາຖ່າຍທອດຄວາມຮູ້ຂອງຕົນໃຫ້ແກ່ສຳມະນາກອນ ແລະ ສຳມະນາກອນເອງກໍ່ຈະຕ້ອງໄດ້ຕັດສິນໃຈສູງເຂົ້າໃນການອົບຮົມ, ເອົາໃຈໃສ່ປະຕິບັດກົດລະບຽບຂອງການອົບຮົມ ຮ່ຳຮຽນເອົາບົດຮຽນນຳຄູອາຈານເພື່ອໃຫ້ຕົນເອງໄດ້ຮັບຮູ້ ແລະ ນຳເອົາຄວາມຮູ້ທາງດ້ານກົດໝາຍໄປໝູນໃຊ້ໃນຮາກຖານຂອງຕົນ ທັງເປັນການແນ່ໃສ່ເຮັດໃຫ້ທຸກຄົນໃນສັງຄົມມີສະຕິເຄົາລົບກົດໝາຍ.
ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *