ຮອງປະທານສະພາແຫ່ງຊາດໄດ້ລົງເຄື່ຶອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ໃນວັນທີ27 ສິງຫາ 2021 ທ່ານ ພົທ ສຸວອນ ເລື່ອງບຸນມີ ຮອງປະທານສະພາແຫ່ງຊາດ, ສໍາມະຊິກສະພາເຂດ 7 ຜູ້ຊິ້ນໍາກໍາມະທິການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ມີທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາປະຊາຊົນແຂວງ ໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງເຄື່ຶອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊຽງຮ່ອນ. ໂດຍໃຫ້ກຽດການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າເລຂາຄະນະບໍລິຫານງານພັກເມືອງ ວ່າເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍອົງການປົກຄອງເມືອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ໃຫ້ກຽດຕ້ອນຮັບ.

      ໃນໂອກາດຕ້ອນຮັບ ທ່ານ ກົງທອງ ສິດທິໄຊ ໃຫ້ກຽດລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງຮອບດ້ານຂອງເມືອງ ໂດຍໄດ້ຍົກໃຫ້ເຫັນ  ຕະຫຼອດໄລຍະຜ່ານມາຄະນະພັກ, ອົງການປົກຄອງເມືອງໄດ້​ຖື​ສຳ​ຄັນວຽກງານການເມືອງ-ແນວຄິດເປັນກົກສອດຫ້ອຍເຂົ້າໄປທຸກຂົງເຂດວຽກງານໃນການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ເອົາໃຈໃສ່ໃນການປັບປຸງລະບົບການເມືອງປະຊາທິປະໄຕ ຢູ່ພາຍໃນພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ,ຖືເອົາການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານເປັນອັນຕັດສິນການປະຕິບັດທຸກຂົງເຂດວຽກງານແລະ ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ ທີ່ຕ້ອງເຮັດເປັນປະຈຳ, ຕໍ່ເນື່ອງ ແລະ ຍາວນານເຊິ່ງສາມາດຮັບປະກັນໃຫ້ເມືອງຊຽງຮ່ອນມີສະຖຽນລະພາບທາງດ້ານເມືອງທີ່ໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ຂົງເຂດເສດຖະກິດ:ເຖິງວ່າຈະໄດ້ຮັບຜົນກະທົບຈາກປັດໃຈແວດລ້ອມຫຼາຍໆດ້ານ ແຕ່ເສດຖະກິດ​​ຂອງ​ເມືອງຍັງໄດ້ຮັບການພັດທະນາ ແລະ ມີ​ການ​ຂະຫຍາຍຕໍ່ເນື່ອງ ແຜນການໃນປີ 2021 ອັດຕາການຂະຫຍາຍຕົວວາງໄວ້ 7,5% ລວມຍອດມູນຄ່າຜົນຜະລິດພາຍໃນ 655 ຕື້​ກີບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.292 ໂດລາສະຫະລັດ, ໂດຍຈະສ້າງມູນຄ່າເພີ່ມລາຄາພາຍໃນປີປະມານ 42,13 ຕື້ກີບຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າເສດຖະກິດຂະຫຍາຍຕົວໃນລະດັບ 3,25%ລວມຍອດຜະລິດຕະພັນພາຍໃນໄດ້ 549,5 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 2.212 ໂດລາສະຫະລັດ/ຄົນ/ປີເສດຖະກິດຂະຫຍາຍບໍ່ໄດ້ຕາມແຜນປັດໃຈຫຼັກແມ່ນຍ້ອນການລະບາດຂອງພະຍາດໂຄວິດ-19. ດ້ານການຜະລິດສະບຽງອາຫານເປັນຕົ້ນແມ່ນການຜະລິດລະດູຝົນປີ 2021 ມີເນື້ອທີແຜນການປູກພືດລວມທັງໝົດມີ 10.777,70 ເຮັກຕາ,ປະຕິບັດໄດ້ 11.123,47 ຮຕ, ທຽບໃສ່ແຜນເພີ່ມຂື້ນ 345,77 ຮຕ ເທົ່າກັບ 103% ຖ້າທຽບໃສ່ປີຜ່ານມາຫຼຸດລົງ 650,34 ຮຕ. ໃນນັ້ນມີເນື້ອທີ່ແຜນການປູກເຂົ້າລວມ 4.158,20 ເຮັກຕາ(ເຂົ້ານາປີ 3.358,2 ຮຕ, ເນື້ອທີ່ແຜນການປູກພືດເສດຖະກິດ 6.000 ເຮັກຕາ ( ໝາກເດືອຍ, ມັນຕົ້ນ, ສາລີ ແລະ ອື່ນຯ), ເນື້ອທີປູກພືດໄວ້ບໍລິໂພກ 500 ເຮັກຕາ, ເນື້້ອທີ່ແຜນການໄມ້ໃຫ້ໝາກ 17.5 ເຮັກກຕາ ແລະ ເນື້ອທີ່ແຜນການໄມ້ອຸດສາຫະກຳ 102 ເຮັກຕາ.ຂົງເຂດວັດທະນະທໍາ-ສັງຄົມ ກໍ່ໄດ້ຮັບການພັດທະນາເປັນກ່າວໆ

       ໃນການລົງພົບປະຢຽມຢາມ ແລະ ຄື່ອນໄຫວໃນຄັ້ງນີ້ ທ່ານ ພົທ ສຸວອນ ເລື່ອງບຸນມີ ຮອງປະທານສະພາແຫ່ງຊາດ, ສໍາມະຊິກສະພາເຂດ7 ຜູ້ຊິ້ນໍາກໍາມະທິການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄດ້ໃຫ້ກຽດໂອ້ລົມຕໍ່ ພິທີດັ່ງກ່າວ ຊຶ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາຂອງເມືອງທີ່ໄດ້ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດວຽກງານຂອງຕົນທີ່ໄດ້ຮັບຜົນສໍາເລັດໃນຫຼາຍດ້ານໃນໄລຍະທີ່ຜ່ານມາ. ພ້ອມດຽວກັນນີ້ທ່ານຍັງໄດ້ຍົກໃຫ້ເຫັນສະພາບການຜັນແປຂອງໂລກຢ່າງສັບສົນໃນຫຼາຍດ້ານເປັນຕົ້ນແມ່ນບັນຫາການແຜ່ລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ຮັບຜົນກະທົບໂດຍກົງຕໍ່ກັບການພັດທະນາເສດຖະກິດສັງຄົມໃນປະຈຸບັນ. ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີ 9 ໂດຍສະເພາະແມ່ນກອງປະຊຸມໄດ້ຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຕ່າງໆຂອງຊາດ. ເປັນຕົ້ນແມ່ນຮັບຮອງເອົາເນື້ອໃນສະຕິຕ່າງໆທີ່ສໍາຄັນຂອງຊາດ ແລະ ອົງປະກອບຂອງການຈັດຕັ້ງຈັດຂັ້ນສູນກາງ ແລະ ເນື້ອໃນກອງປະຊຸມວິສາມັນໂດຍສະເພາະແມ່ນການກໍານົດເອົາວາລະສານແຫ່ງຊາດໂດຍຖືເອົາການແກ້ໄຂບັນຫາເສດຖະກິດການເງິນ ແລະ ບັນຫາຢາເສບຕິດເປັນວາລະແຫ່ງຊາດ. ພ້ອມດຽວກັນນີ້ທ່ານຍັງໄດ້ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນຈົ່ງເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ຕັ້ງໜ້າຈັດຕັ້ງປະຕິບັດລັດຖະທໍາມະນູນກໍ່ຄືຂໍ້ກໍານົດກົດລະບຽບຂອງພັກ ກົດໝາຍຂອງລັດຢ່າງຕັ້ງໜ້າ. ມີຄວາມສາມັກຄີເປັນປຶກແຜ່ນ, ມີຫົວຄິດປະດິດສ້າງ ແລະ ທັບມ້າງສິ່ງທີ່ອຸດຕັນແນວຄິດຄັບແຄບ ແລະ ບັນຫາອື່ນໆໃຫ້ໄປຈາກສັງຄົມ. ໂດຍ ດອນ ຂຽວພະນາ ຖວທ ຊຽງຮ່ອນ 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *