ຮອງເຈົ້າແຂວງ​ ລົງຊຸກຍູ້ວຽກງານເສດຖະກິດຢູ່ເມືອງຊຽງຮ່ອນ

ກົດແຊຣ໌

  ໃນວັນທີ 31 ສິງຫາ 2021ນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ ຜູ້ຊີ້ນຳວຽກງານ ເສດຖະກິດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ວຽກງານເສດຖະກິດ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍ ການນຳຂັ້ນເມືອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.

ໃນການລົງເຄື່ອນໄຫວຢູ່ເມືອງຊຽງຮ່ອນໃນຄັ້ງນີ້ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ເສດຖະກິດ ໄລຍະ 8 ເດືອນ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2021 ເຖິງວ່າຈະໄດ້ຮັບຜົນກະທົບຈາກປັດໃຈຫຼາຍໆດ້ານ ແຕ່ເສດຖະກິດ​​ຂອງ​ເມືອງ ຍັງໄດ້ຮັບການພັດທະນາ ແລະ ມີ​ການ​ຂະຫຍາຍຕໍ່ເນື່ອງ ແຜນການໃນປີ 2021 ວາງໄວ້ການຂະຫຍາຍຕົວຂອງເສດຖະກິດໃນລະດັບ 7,5% ລວມຍອດມູນຄ່າຜົນຜະລິດພາຍໃນ 655 ຕື້​ກີບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.292 ໂດລາສະຫະລັດ, ໂດຍສ້າງມູນຄ່າເພີ່ມ ພາຍໃນປີປະມານ 42,13 ຕື້ກີບຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າເສດຖະກິດຂະຫຍາຍຕົວໃນລະດັບ 3,25% ລວມຍອດຜະລິດຕະພັນພາຍໃນໄດ້ 549,5 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 2.212 ໂດລາສະຫະລັດ/ຄົນ/ປີ ເສດຖະກິດ ທີ່ວາງອອກບໍ່ບັນລຸຕາມແຜນປັດໃຈຫຼັກແມ່ນຍ້ອນການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໂດຍກົງ. ກ່ຽວກັບການຈັດເກັບລາຍຮັບ-ລາຍຈ່າຍໃນໄລຍະ 8 ເດືອນຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 1.922 ລ້ານກີບ ເທົ່າກັບ 84,68% ຂອງແຜນການປີ ແຜນການປີ 2.270 ລ້ານກີບ, ໃນນັ້ນ; ຮັບຈາກສ່ວຍສາອາກອນ ແຜນປີ 2.150 ລ້ານກີບ ປະຕິບັດໄດ້ 1.833 ລ້ານກີບ ເທົ່າກັບ 85,28% ຮັບຈາກຄຸ້ມຄອງຊັບສິນ ແຜນປີ 120 ລ້ານກີບ ປະຕິບັດໄດ້ 89 ລ້ານກີບ ເທົ່າກັບ 74,17%; ການຄຸ້ມຄອງລາຍຈ່າຍ ແຜນລາຍຈ່າຍທັງໝົດ 2.566 ລ້ານກີບ ປະຕິບັດໄດ້ 1.713 ລ້ານກີບ ເທົ່າກັບ 66.76% ກ່ຽວກັບການສົ່ງເສີມການລົງທຶນ ບັນດາໂຄງການ​ທີ່​ສະພາ​ອະນຸມັດ​ໃນ​ໄລຍະ​ຜ່ານ​ມາ​ມີ ທັງ​ໝົດ 26 ​ໂຄງການ, ລວມມູນ​ຄ່າທັງໝົດ 97.123ລ້ານກີບ ກ່ຽວກັບການຜະລິດກະສິກໍາ ເປັນຕົ້ນແມ່ນລະດູຝົນປີ 2021 ມີເນື້ອທີແຜນການປູກພືດລວມທັງໝົດມີ 10.777 ເຮັກຕາ, ປະຕິບັດໄດ້ 11.123 ຮຕ, ທຽບໃສ່ແຜນເພີ່ມຂື້ນ 345 ຮຕ ເທົ່າກັບ 103% ຖ້າທຽບໃສ່ປີຜ່ານມາຫຼຸດລົງ 650 ຮຕ. ໃນນັ້ນມີເນື້ອທີ່ແຜນການປູກເຂົ້າລວມ 4.158 ເຮັກຕາ ເນື້ອທີ່ແຜນການປູກພືດເສດຖະກິດ 6.000 ເຮັກຕາ ເປັນຕົ້ນແມ່ນ ໝາກເດືອຍ, ມັນຕົ້ນ, ສາລີ ແລະ ອື່ນຯ, ເນື້ອທີ່ປູກພືດໄວ້ບໍລິໂພກ 500 ເຮັກຕາ, ເນື້ອທີ່ແຜນການໄມ້ໃຫ້ໝາກ 17, 5 ເຮັກກຕາ ແລະ ຍັງໄດ້ກຳນົດທິດທາງແຜນການ 4 ເດືອນທ້າຍປີ 2021. ຕໍ່ກັບການຈັດຕັ້ງປະຕິບັດຍັງໄດ້ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ຂໍ້ຄົງຂ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

ຕອນທ້າຍ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງຍັງໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນ ຕໍ່ກັບວຽກງານເສດຖະກິດ ທີ່ເປັນສິ່ງທ້າທາຍໃນໃລຍະປະຈຸບັນ ເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ 19 ບັນຫາການແກ້ໄຂເສດຖະກິດການເງິນ ທີ່ຈະໄດ້ພ້ອມກັນເອົາໃຈໃສ່ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງເມືອງຕ້ອງໄດ້ພ້ອມກັນ ປະຢັດມັດທະຍັດລາຍຈ່າຍງົບປະມານ ການໃຊ້ຈ່າຍຕ້ອງໄດ້ໃຊ້ຈ່າຍຢ່າງສົມເຫດສົມຜົນ, ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງພາກລັດ ແລະ ເອກະຊົນໃຫ້ປະຕິບັດຕາມລະບຽບຫຼັກການທີ່ວາງອອກ, ເອົາໃຈໃສ່ຊຸກຍູ້ການຜະລິດ ເປັນຕົ້ນແມ່ນການຜະລິດລະດູປີ ແລະ ແຜນລະດູແລ້ງໃຫ້ເປັນຂະບວນກ້ວາງຂວາງ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສົ່ງເສີມການນຳໃຊ້ເຕັກນິກ ວິທະຍາສາດເຂົ້າໃນການຜະລິດ ຕິດພັນກັບການຜະລິດທີ່ມີຄຸນນະພາບໃຫ້ນັບມື້ນັບຫຼາຍຂື້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດການຈັດເກັບລາຍຮັບທ້າຍປີ 2021 ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *