ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ລົງມອບ ອຸປະກອນໂທລະໂຄ່ງໃຫ້ອົງການປົກຄອງບ້ານ ປາງສາ ກຸ່ມບ້ານພັດທະນາປາກເປັດ

ກົດແຊຣ໌

ພິທີໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2021 ກ່າວມອບໂດຍ ທ່ານ ບຸນມີ ປັນຍາທອງ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ຮັບໂດຍທ່ານ ບຸນດ່ານ ໄຊຍະຄຳ ນາຍບ້ານໆປາງສາ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ແກ້ວວິຊາ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳສັງຄົມ ມີຄະນະພັກຮາກຖານກຸ່ມບ້ານປາກເປັດ ພ້ອມດ້ວຍທີມງານຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.

ໃນການມອບ-ຮັບອຸປະກອນໂທລະໂຄ່ງໃຫ້ບ້ານປາງສາໃນຄັ້ງນີ້ ປະກອບມີລະບົບໂທລະໂຄ່ງ 1 ຊຸດ ເຊິ່ງປະກອບມີ ແອັມຂະຫຍາຍສຽງ 1 ໜ່ວຍ, ປາກເລີ 2 ອັນ,ໄມ 1 ໜ່ວຍ ແລະ ສາຍໂທລະໂຄ່ງ 1 ກໍ້ ລວມມູນຄ່າເຄື່ອງທີ່ນຳມາມອບໃນຄັ້ງນີ້ 5.000.000 ກວ່າກີບ, ຕອນທ້າຍ ທ່ານ ບຸນດ່ານ ໄຊຍະຄຳ ນາຍບ້ານບ້ານ ປາງສາ ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບທີມງານຂອງເມືອງກໍຄື ຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ນຳເອົາອຸປະກອນໂທລະໂຄ່ງມາມອບໃຫ້ໃນຄັ້ງນີ້ ແລະ ຈະນຳໃຊ້ອຸປະກອນດັ່ງກ່າວເຂົ້າໃນວຽກງງານໂຄສະນາປະຊາສຳພັນເຜີຍແຜ່ຂໍ້ມູນ, ແຈ້ງການ ຂ່າວສານຕ່າງໆໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ.

ໂດຍ: ດອນ ຂຽວພະນາ 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *