ເມືອງຊຽງຮ່ອນຈັດພິທີປາຖະກະຖາ 5 ວັນປະຫວັດຊາດຂອງຊາດ

ກົດແຊຣ໌

ພິທີປະຖະກະຖາ 5 ວັນປະຫວັດຊາດຂອງຊາດລາວ ໄດ້ຈັດຂື້ນໃນວັນທີ 12 ສິງຫາ 2021ນີ້ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດປາຖະກະຖາໂດຍທ່ານ ກົງທອງ ວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ ມີບັນດາຄະນະພັກເມືອງ, ພະນັກງານ ອາວຸດໂສບຳນານ, ຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ອຳນາດການປົກຄອງບ້ານເທດສະບານເຂົ້າຮ່ວມ.

      ໃນພິທີທ່ານ ກົງທອງ ສິດທິໄຊ ໄດ້ຂື້ນປາຖະກະຖາ 5 ວັນປະຫວັດຊາດສຳຄັນຂອງຊາດລາວຄື: ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ ຄົບຮອບ 71 ປີ, ວັນສ້າງຕັ້ງສື່ມວນຊົນລາວ ແລະ ວັນພິມຈຳໜ່າຍ 13 ສິງຫາ ຄົບຮອບ 71 ປີ, ວັນສ້າງຕັ້ງສານປະຊາຊົນ 15 ສິງຫາ ຄົບຮອບ 39 ປີ, ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ 15 ສິງຫາ ຄົບຮອບ 30 ປີ, ວັນຍຶດອຳນາດທົ່ວປະເທດ 23 ສິງຫາ ແລະ ວັນຍຶດອຳນາດແຂວງໄຊຍະບູລີ 6 ສິງຫາ ຄົບຮອບ 46 ປີ ເຊິ່ງເປັນ 5 ວັນສຳຄັນຂອງຊາດລາວ ຈຸດປະສົງໃນການຈັດພິທີປາຖະກະຖາໃນຄັ້ງນີ້ ກໍ່ເພື່ອໂຄສະນາສຶກສາອົບຮົບໃຫ້ ອຳນາດການປົກຄອງເມືອງ, ສະມາຊິກພັກ ພະນັກງານ ທະຫານ ຕໍ່າຫຼວດ ອຳນາດການປົກຄອງບ້ານ ໄດ້ຍົກໃຫ້ບົດບາດຄວາມສຳຄັນຂອງ 5 ວັນສຳຄັນດັ່ງກ່າວ ເປັນຕົ້ນແມ່ນ ການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ, ພາລະບົດບາດ ແລະ ການເຄື່ອນໄຫວດ້ານຕ່າງໆ. ເພື່ອແນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ການເຕີບໃຫຍ່ຂະຫຍາຍຕົວ, ພາລະບົດບາດ ແລະ ເສີມຂະຫຍາຍມູນເຊື້ອຂອງວັນດັ່ງກ່າວ ພ້ອມກັນນຳເອົາມູນເຊື້ອດັ່ງກ່າວໄປເຊືອມຊຶ່ມ ແລະ ຈັດຕັ້ງປະຕິບັດໃນທ້ອງຖິ່ນຮາກຖານຂອງຕົນເອງໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງ. ຕອນທ້າຍຍັງໄດ້ຈັດພິທີມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໃຫ້ ຫ້ອງການ, ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນວຽກງານສື່ມວນຊົນຂອງເມືອງ ຫ້ອງການຈຳນວນ 7 ຫ້ອງການ, ກົມກອງ 3 ກົມກອງ ແລະ ບຸກຄົນ 17 ທ່ານອິກດ້ວຍ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *