ສະມາຊິກສະພາປະຊາຊົນຂັ້ນແຂວງເຄື່ອນໄຫວຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ໃນວັນທີ 26 ຕຸລາ 2021ນີ້ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມ ຂອງສະພາແຫ່ງຊາດ ແລະ ມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ຊຸດທີ 1. ຢູ່ເມືອງຊຽງຮ່ອນ ເຊິ່ງນໍາໂດຍ ທ່ານ ບຸນໄທ ສີເທບ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງ ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ, ມີບັນດາຄະນະປະຈຳພັກເມືອງກຳມະການພັກເມືອງພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມຕ້ອນຮັບ.

ການລົງມາເຄື່ອນໄຫວໃນຄັ້ງນີ້ ທ່ານ ກົງທອງ ສິດທິໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕະຫຼອດໄລຍະ 9 ເດືອນຜ່ານມາ, ຄະນະພັກ, ອົງການປົກຄອງເມືອງໄດ້​ຖື​ສຳ​ຄັນວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໄປທຸກຂົງເຂດວຽກງານ ໃນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ຖືເອົາການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານເປັນອັນຕັດສິນການປະຕິບັດທຸກຂົງເຂດວຽກງານ ຖືເອົາວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ ທີ່ຕ້ອງເຮັດເປັນປະຈຳ, ຕໍ່ເນື່ອງ ແລະ ຍາວນານ ຈາກນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນຂື້ນປະກອບຄຳຄິດຄຳເຫັນເພຶ່ອຕິລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 9 ເດືອນຜ່ານມາ ໂດຍສະເພາະແມ່ນດ້ານທີ່ຍັງຄົງຄ້າງ ແລະ ຊອກຫາວິທີແກ້ໄຂໃນຕໍ່ໜ້າ ເຮັດໃຫ້ການການຈັດຕັ້ງປະຕິບັດມະຕິກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທິ່ໄດ້ວາງໄວ້ເຊິ່ງສາມາດຮັບປະກັນໃຫ້ເມືອງຊຽງຮ່ອນມີສະຖຽນລະພາບທາງດ້ານເມືອງ, ທົ່ວສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເສດຖະກິດໂດຍລວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ການຜະລິດຂອງປະຊາຊົນໄດ້ຫັນໄປສູ່ການຜະລິດເປັນສີນຄ້າຫຼາຍຂື້ນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ກຳລັງການຜະລິດໄດ້ມີການຂະຫຍາຍຕົວ ຫັນໄປສູ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝໃນຂະແໜງອຸດສາຫະກຳ ແລະ ການບໍລິການ, ການຫັນລົງກໍ່ສ້າງການເມືອງພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ການລົງເຄື່ອນໄຫວຂອງສະມາຊິກສະພາໃນຄັ້ງນີ້ ແມ່ນເປັນການ ກວດກາ ປະເມີນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຂອງເມືອງຊຽງຮ່ອນໃນໄລຍະຜ່ານມາ.

ໂດຍ: ດອນ ຂຽວພະນາ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *