ທ່ານ ເຈົ້າແຂວງ ເຄື່ອນໄຫວເຮັດວຽກຢູ່ເມືອງ ຊຽງຮ່ອນ
ໃນວັນທີ 30 ກັນຍາ 2021ນີ້ຢູ່ທີ່ກຸ່ມບ້ານ ປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຊຽງຮ່ອນ, ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ ແລະ ອໍານາດການປົກຄອງບ້ານ ປາກເປັດ ເຂົ້າຮ່ວມຢ່າງພ້ອມພຽງ.
![](https://xienghone.gov.la/wp-content/uploads/2021/10/WhatsApp-Image-2021-10-01-at-09.01.54-1024x678.jpeg)
ໃນໂອກາດລົງພົບປະໃນຄັ້ງນີ້ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ຊຽງຮ່ອນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 9 ເດືອນຜ່ານມາຄະນະພັກ, ອົງການປົກຄອງເມືອງໄດ້ຖືສຳຄັນວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໄປທຸກຂົງເຂດວຽກງານ ໃນການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆດ້ວຍຄວາມຮັບຜິດຊອບສູງ ແລະ ເອົາໃຈໃສ່ໃນການປັບປຸງລະບົບການເມືອງປະຊາທິປະໄຕ ຢູ່ພາຍໃນພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຖືເອົາການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານເປັນອັນຕັດສິນໃນການຈັດປະຕິບັດທຸກຂົງເຂດວຽກງານ, ດ້ານເສດຖະກິດຂອງເມືອງ ໂດຍແຜນການໃນປີ 2021 ວາງໄວ້ໃຫ້ຂະຫຍາຍຕົວຢູ່ໃນລະດັບ 7,5% ລວມຍອດມູນຄ່າຜົນຜະລິດພາຍໃນ655 ຕື້ກີບສະເລ່ຍຕໍ່ຫົວຄົນໃຫ້ໄດ້2.292ໂດລາສະຫະລັດ,ສ້າງມູນຄ່າເພີ່ມພາຍໃນປີໃຫ້ໄດ້42,13 ຕື້ກີບ, ການຜະລິດກະສິກໍາໃນລະດູຝົນປີ 2021 ມີເນື້ອທີ່ແຜນການປູກພືດລວມທັງໝົດ 10.777,70 ເຮັກຕາ, ໃນນີ້:ເນື້ອທີ່ປູກເຂົ້າລວມ 4.158,20 ເຮັກຕາ, ເນື້ອທີ່ປູກພືດເສດຖະກິດ 6.000 ເຮັກຕາ ເປັນຕົ້ນແມ່ນ: ຢາງພາລາ, ໝາກເດືອຍ, ມັນຕົ້ນ, ສາລີ ແລະ ພືດອື່ນໆ, ສ່ວນວຽກງານວັດທະນະທໍາ-ສັງຄົມກໍ່ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ໂອກາດທີ່ໄດ້ລົງຢ້ຽມຢາມ, ທ່ານເຈົ້າແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ເນັ້ນໜັກອົງການປົກຄອງເມືອງ ແລະ ອົງການປົກຄອງບ້ານປາກເປັດ ພ້ອມກັນສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສືບຕໍ່ສືກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ-ພະນັກງານ, ສືບຕໍ່ຮັກສາຄວາມສາມັກຄີ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ກັບປະຊາຊົນ, ສືບຕໍ່ຊຸກຍູ້ ການຜະລິດເປັນສະບຽງອາຫານ ແລະ ເປັນສິນຄ້າ ພ້ອມທັງບົວລະບັດຮັກສາ ແລະ ເກັບກູ້ພືດລະດູຝົນ ແລະ ກະກຽມເຂົ້າສູ່ຂະບວນການຜະລິດລະດູແລ້ງ, ສໍາລັບອໍານາດການປົກຄອງບ້ານ ປາກເປັດ ແມ່ນໃຫ້ກະຕຸກຊຸກຍູ້ລູກຫຼາຍໃຫ້ໄດ້ເຂົ້າຮຽນໜັງສື, ປາສະຈາກການປະລະ ຫຼື ອອກໂຮງຮຽນກາງປີ, ສືກສາອົບຮົມລູກຫຼານໃຫ້ຫ່າງໄກຈາກຢາເສບຕິດ, ຊຸກຍູ້ປະຊາຊົນໃຫ້ຫັນຈາກການເຮັດໄຮ່ປູກເຂົ້າມາປູກພືດໄລຍະສັ້ນ ແລະ ຍາວເປັນສິນຄ້າໃຫ້ຫຼາຍເປັນຕົ້ນແມ່ນ: ປູກຢາງພາລາ, ປູກແຂມ ແລະ ອື່ນໆ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂື້ນເປັນກ້າວໆ.
ໂດຍ: ດອນ ຂຽວພະນາ 02055443362
![](https://xienghone.gov.la/wp-content/uploads/2021/10/WhatsApp-Image-2021-10-01-at-09.01.55-1024x678.jpeg)
![](https://xienghone.gov.la/wp-content/uploads/2021/10/WhatsApp-Image-2021-10-01-at-09.01.57-1024x678.jpeg)
![](https://xienghone.gov.la/wp-content/uploads/2021/10/WhatsApp-Image-2021-10-01-at-09.01.58-1024x678.jpeg)