ເຜີຍແຜ່ສື່ສັງຄົມອອນລາຍໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ

ກົດແຊຣ໌

ເມືອງຊຽງຮ່ອນໄດ້ຈັດກອງປະຊຸມເຜີຍແຜ່ສື່ສັງຄົມອອນລາຍ ອາດສະຍາກຳທາງໄຊເບີ ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນອາດສະຍາກຳທາງລະບົບຄອມພິວເຕີ ການຫັນເປັນທັນສະໄໝຂອງລັດຖະບານ ຫຼື ລັດຖະບານດີຈີຕອນ ໃຫ້ພະນັກງານຫຼັກແຫຼ່ງ  ແລະ ພະນັກງານວິຊາການ ຫ້ອງການ ກົມກອງອ້ອມຂ້າງເມືອງໄດ້ຈັດຂື້ນ ເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຍຢາທໍ ຮອງເຈົ້າເມືອງໆຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຊູ ວິໄລສັກ ຮອງຫົວໜ້າພະແນກ ໄປສະນີ, ໂທລະມະນາຄົມ ແລະ ການສືສານ ແຂວງໄຊຍະບູລີ ມີພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການເຂົ້າຮ່ວມ.

     ໃນການເຜີຍແຜ່ໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານປະກອບມີ ການຫັນເປັນທັນສະໄໝຂອງລັດຖະບານ, ສືສັງຄົມອອນລາຍ, ອາສະຍາກຳທາງດ້ານໄຊເບີ ແລະ ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ອາດສະຍາກຳທາງດ້ານລະບົບຄອມພິວເຕີ. ຈຸດປະສົງໃນການເຜີຍແຜ່ໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການໄດ້ຮັບຮູ້ ເຂົ້າໃຈ ຕໍ່ກັບການນໍາໃຊ້ລະບົບອີເລັກໂຕນິກ ແລະ ສື່ສັງຄົມອອນລາຍ ຂໍ້ມູນຂ່າວສານຕ່າງໆ, ຮັບຮູ້ເຖິ່ງປະໂຫຍດ ແລະ ຜົນເສຍ ຂອງສືສັງຄົມອອນລາຍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງອາດສະຍາກຳທາງລະບົບຄອມພິວເຕີ ທີ່ນຳຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ຕົນເອງ ສັງຄົມ ແລະ ປະເທດຊາດ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *