ທ່ານ ເຈົ້າແຂວງ ເຄື່ອນໄຫວເຮັດວຽກຢູ່ເມືອງ ຊຽງຮ່ອນ

ກົດແຊຣ໌

ໃນວັນທີ 30 ກັນຍາ 2021ນີ້ຢູ່ທີ່ກຸ່ມບ້ານ ປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຊຽງຮ່ອນ, ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ ແລະ ອໍານາດການປົກຄອງບ້ານ ປາກເປັດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດລົງພົບປະໃນຄັ້ງນີ້ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ຊຽງຮ່ອນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 9 ເດືອນຜ່ານມາຄະນະພັກ, ອົງການປົກຄອງເມືອງໄດ້​ຖື​ສຳ​ຄັນວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໄປທຸກຂົງເຂດວຽກງານ ໃນການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆດ້ວຍຄວາມຮັບຜິດຊອບສູງ ແລະ ເອົາໃຈໃສ່ໃນການປັບປຸງລະບົບການເມືອງປະຊາທິປະໄຕ ຢູ່ພາຍໃນພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຖືເອົາການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານເປັນອັນຕັດສິນໃນການຈັດປະຕິບັດທຸກຂົງເຂດວຽກງານ, ດ້ານເສດຖະກິດ​​ຂອງ​ເມືອງ ໂດຍແຜນການໃນປີ 2021 ວາງໄວ້ໃຫ້ຂະຫຍາຍຕົວຢູ່ໃນລະດັບ 7,5% ລວມຍອດມູນຄ່າຜົນຜະລິດພາຍໃນ​​655 ຕື້​ກີບສະເລ່ຍຕໍ່ຫົວຄົນໃຫ້ໄດ້2.292ໂດລາສະຫະລັດ,ສ້າງມູນຄ່າເພີ່ມພາຍໃນປີໃຫ້ໄດ້42,13 ຕື້ກີບ, ການຜະລິດກະສິກໍາໃນລະດູຝົນປີ 2021 ມີເນື້ອທີ່ແຜນການປູກພືດລວມທັງໝົດ 10.777,70 ເຮັກຕາ, ໃນນີ້:ເນື້ອທີ່ປູກເຂົ້າລວມ 4.158,20 ເຮັກຕາ, ເນື້ອທີ່ປູກພືດເສດຖະກິດ 6.000 ເຮັກຕາ ເປັນຕົ້ນແມ່ນ: ຢາງພາລາ, ໝາກເດືອຍ, ມັນຕົ້ນ, ສາລີ ແລະ ພືດອື່ນໆ, ສ່ວນວຽກງານວັດທະນະທໍາ-ສັງຄົມກໍ່ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ໂອກາດທີ່ໄດ້ລົງຢ້ຽມຢາມ, ທ່ານເຈົ້າແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ເນັ້ນໜັກອົງການປົກຄອງເມືອງ ແລະ ອົງການປົກຄອງບ້ານປາກເປັດ ພ້ອມກັນສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສືບຕໍ່ສືກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ-ພະນັກງານ, ສືບຕໍ່ຮັກສາຄວາມສາມັກຄີ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ກັບປະຊາຊົນ, ສືບຕໍ່ຊຸກຍູ້ ການຜະລິດເປັນສະບຽງອາຫານ ແລະ ເປັນສິນຄ້າ ພ້ອມທັງບົວລະບັດຮັກສາ ແລະ ເກັບກູ້ພືດລະດູຝົນ ແລະ ກະກຽມເຂົ້າສູ່ຂະບວນການຜະລິດລະດູແລ້ງ, ສໍາລັບອໍານາດການປົກຄອງບ້ານ ປາກເປັດ ແມ່ນໃຫ້ກະຕຸກຊຸກຍູ້ລູກຫຼາຍໃຫ້ໄດ້ເຂົ້າຮຽນໜັງສື, ປາສະຈາກການປະລະ ຫຼື ອອກໂຮງຮຽນກາງປີ, ສືກສາອົບຮົມລູກຫຼານໃຫ້ຫ່າງໄກຈາກຢາເສບຕິດ, ຊຸກຍູ້ປະຊາຊົນໃຫ້ຫັນຈາກການເຮັດໄຮ່ປູກເຂົ້າມາປູກພືດໄລຍະສັ້ນ ແລະ ຍາວເປັນສິນຄ້າໃຫ້ຫຼາຍເປັນຕົ້ນແມ່ນ: ປູກຢາງພາລາ, ປູກແຂມ ແລະ ອື່ນໆ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂື້ນເປັນກ້າວໆ.

ໂດຍ: ດອນ ຂຽວພະນາ 02055443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *