ເມືອງຊຽງຮ່ອນຈັດພິທີປະກາດການຈັດຕັ້ງ ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງ

ກົດແຊຣ໌

          ວັນທີ 13 ມີນາ 2024 ນີ້ ຢູ່ທີ່ສະໂມສອນເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດແຕ່ງຕັ້ງ ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງ. ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີທ່ານ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງໆຊຽງຮ່ອນ, ມີກຳມະການປະຈຳພັກແຂວງ, ບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸດໂສບຳນານ ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ທິມງານຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສໍານັກງານ-ອົງການ, ກົມກອງ, ໂຮງຮຽນ-ໂຮງໜໍ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ອົງການປົກຄອງບ້ານທົ່ວເມືອງເຂົ້າຮ່ວມ.

          ໃນພິທີ ທ່ານ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໄຊຍະບູລີ ສະບັບເລກທີ  421/ ຈຂ, ຊຍ ລົງວັນທີ 1 ມີນາ 2024 ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍ ທ່ານ ກົງທອງ ສິດທິໄຊ ເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ ໄປຮັບໜ້າທີ່ໃໜ່ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີີ, ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 427/ ຈຂ.ຊຍ ລົງວັນທີ 1 ມີນາ 2024 ວ່າດ້ວຍການແຕ່ງຕັ້ງ ວ່າການເຈົ້າເມືອງໆຊຽງຮ່ອນ ເຈົ້າແຂວງໄຊຍະບູລີ ແຕ່ງຕັ້ງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ເປັນວ່າການເຈົ້າເມືອງໆຊຽງຮ່ອນ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 94/ ຄພຂ ລົງວັນທີ 1 ມີນາ 2024 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ຄະນະປະຈຳພັກແຂວງ ບົ່ງຕົວແຕ່ງຕັ້ງ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເປັນເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ.

 ໃນໂອກາດທີ່ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ເຂົ້າຮ່ວມເປັນປະທານພິທີ ແຕ່ງຕັ້ງ, ຍົກຍ້າຍໜາທີ່ໃໝ່ໃນຄັ້ງນີ້ ແມ່ນການປະຕິບັດຕາມມະຕິຕົກລົງ ສະບັບເລກທີ 13 ຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ ສັບປ່ຽນໜ້າທີ່ຂອງພະນັກງານ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ຍາວນານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງ ໃນຄັ້ງນີ້ຕ້ອງໄດ້ເອົາໃຈໃສ່ຍົກສູງຄຸນທາດການເມືອງຄຸນສົມບັດສີນທຳປະຕິວັດ, ປະຕິບັດໜ້າທີ່ການເມືອງຕາມການມອບໝາຍໃຫ້ສຳເລັດຕາມຄາດໝາຍ, ຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນພາຍນອກໃຫ້ແໜ້ນແຟ້ນ ມີຄວາມບຸກບືນຫ້າວຫັນ, ໃນການຊອກຮູ້ຮ່ຳຮຽນເອົາໃຈໃສ່ສືບຕໍ່ປະຕິບັດໜ້າທີ່ວຽກງານຕາມທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດແນໃສ່ສ້າງເມືອງຊຽງຮ່ອນໃຫ້ມີບາດກ້າວຂະຫຍາຍຕົວໄປເລື້ອຍໆ

ໂດຍ: ດອນ ຂຽວພະນາ 02055443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *