ກອງປະຊຸມເຊື່ອມຊຶມເອກະສານຄວາມຮ່ວມມືຍຸດທະສາດ ລາວ-ຫວຽດນາມ
![](https://xienghone.gov.la/wp-content/uploads/2021/09/WhatsApp-Image-2021-09-21-at-16.07.13-1024x678.jpeg)
ກອງປະຊຸມເຊື່ອມຊຶມເຜີຍແຜ່ເນື້ອໃນຂໍ້ຕົກລົງ ວ່າດ້ວຍຍຸດທະສາດການຮ່ວມມືໄລຍະ 10 ປີ 2021-2030 ແລະ ສັນຍາວ່າດ້ວຍການຮ່ວມມື ທະວິພາຄີໄລຍະ 5 ປີ 2021- 2025 ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2021ນີ້ ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໆຊຽງຮ່ອນ ມີບັນດາຄະນະປະຈຳພັກເມືອງ,ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ຕາງໜ້າຊາວຫວຽດນາມທີ່ອາໃສຢູ່ພາຍໃນເມືອງ ແລະ ອົງການປົກຄອງບ້ານ 14 ບ້ານເທດສະບານເມືອງເຂົ້າຮ່ວມ.
![](https://xienghone.gov.la/wp-content/uploads/2021/09/WhatsApp-Image-2021-09-21-at-16.07.14-1024x678.jpeg)
ໃນການເຊື່ອມຊຶມເອກະສານຄັ້ງນີ້ ກໍເພື່ອສືບຕໍ່ປັບປຸງເສີມຂະຫຍາຍ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຍົກໃຫ້ເຫັນ 2 ຍຸດທະສາດຄື: ຍຸດທະສາດການຮ່ວມມືໄລຍະ 10 ປີ 2021 2030 ແລະ ສັນຍາວ່າດ້ວຍການຮ່ວມມື ທະວິພາຄີ ໄລຍະ 5 ປີ 2021-2025 ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ເປັນຕົ້ນແມ່ນ: ການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການສຶກສາ ພັດທະນາຊັບພະຍາກອນມະນຸດ, ວຽກງານເສດຖະກິດ, ຮ່ວມມືບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ ແລະ ການຮ່ວມມືວຽກງານດ້ານຕ່າງໆ. ຈຸດປະສົງໃນຈັດກອງປະຊຸມເຊື່ອມຊຶມໃນຄັ້ງນີ້ ກໍເພື່ອເຮັດໃຫ້ອົງການປົກຄອງເມືອງ, ພະນັກງານຫຼັກແຫຼ່ງ ແລະ ອົງການປົກຄອງບ້ານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຫັນຄວາມສໍາຄັນການຮ່ວມມືຍຸດທະສາດລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ.
ໂດຍ: ດອນ ຂຽວພະນາ 55443362