ຍົກສູງການສ້າງນິຕິນໍາ ໃຫ້ພະນັກງານຫຼັກແຫຼ່ງ ແລະ ອົງການປົກຄອງບ້ານ

ກົດແຊຣ໌

ກອງປະຊຸມແນະນຳ ວຽກງານການສ້າງນິຕິກຳຂັ້ນເມືອງ ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ອົງການປົກຄອງບ້ານ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 22 ກັນຍາ 2021ນີ້ ໂດຍການເປັນປະທານຂອງທ່ານ ກາວີ ເກດດົມລິ ກຳມະການພັກແຂວງ ຫົວໜ້າພະແນກ ຍຸຕິທຳ ແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີບັນດາຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າຫ້ອງການ ກົມກອງ ພະນັກງງານຫຼັກແຫຼງອ້ອມຂ້າງເມືອງ ແລະ ອົງການປົກຄອງບ້ານເຂົ້າຮ່ວມ.

ໃນການແນະນໍາການສ້າງນິຕິກຳໃນຄັ້ງນີ້ ເຊິ່ງແນະນຳ ທັກສະການສ້າງນິຕິກຳທາງດ້ານກົດໝາຍ, ຂັ້ນຕອນ ວິທີການສ້າງນິຕິກໍາຂັ້ນເມືອງ ເປັນຕົ້ນແມ່ນ ຂໍ້ຕົກລົງ ຄຳສັງ ຄຳແນະນຳ ແລະ ການສ້າງກົດລະບຽບຂອງບ້ານ, ການຈັດຕັ້ງປະຕິບັດ, ການປະເມີນການຈັດຕັ້ງປະຕິບັດນິຕິກຳ, ການຄົ້ນຄວ້າ ແລະ ກວດກາໃຫ້ຄຳເຫັນຕໍ່ຮ່າງສັນຍາການເຊົ້າສຳປະທານທີ່ດິນຂອງລັດ ຕໍ່ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ.

    ຈຸດປະສົງໃນການແນະນຳການສ້າງນິຕິກຳຂັ້ນເມືອງໃນຄັ້ງນີ້ ກໍ່ເພື່ອກໍານົດບັນຫາທີ່ຕິດພັນກັບສິດ ແລະ ຜົນປະໂຫຍດຂອງເມືອງ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ກໍານົດການຄຸ້ມຄອງວຽກງານຂອງແຕ່ລະຂະແໜງການ, ການດັດປັບບັນຫາໃດໜຶ່ງທີ່ເກີດຂື້ນພາຍໃນເມືອງ ເຊິ່ງບັນຫາດັ່ງກ່າວຍັງບໍ່ມີນິຕິກໍາຂໍໃດກໍານົດ ຫຼື ກໍານົດບໍ່ສອດຄ່ອງກັບສະພາບ ຈຸດພິເສດຂອງແຕ່ລະເມືອງ ແລະ ກໍານົດມາດຕະການທີ່ມີຄຸນລັກສະນະພິເສດ ທີ່ສອດຄ່ອງກັບເງື່ອນໄຂການພັດທະນາເສດຖະກິດ-ສັງຄົມຂອງເມືອງ.

ໂດຍ ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *