ກອງປະຊຸມເຊື່ອມຊຶມເອກະສານຄວາມຮ່ວມມືຍຸດທະສາດ ລາວ-ຫວຽດນາມ

ກົດແຊຣ໌

ກອງປະຊຸມເຊື່ອມຊຶມເຜີຍແຜ່ເນື້ອໃນຂໍ້ຕົກລົງ ວ່າດ້ວຍຍຸດທະສາດການຮ່ວມມືໄລຍະ 10 ປີ 2021-2030 ແລະ ສັນຍາວ່າດ້ວຍການຮ່ວມມື ທະວິພາຄີໄລຍະ 5 ປີ 2021- 2025 ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ  ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2021ນີ້ ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໆຊຽງຮ່ອນ ມີບັນດາຄະນະປະຈຳພັກເມືອງ,ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ຕາງໜ້າຊາວຫວຽດນາມທີ່ອາໃສຢູ່ພາຍໃນເມືອງ ແລະ ອົງການປົກຄອງບ້ານ 14 ບ້ານເທດສະບານເມືອງເຂົ້າຮ່ວມ.

          ໃນການເຊື່ອມຊຶມເອກະສານຄັ້ງນີ້ ກໍເພື່ອສືບຕໍ່ປັບປຸງເສີມຂະຫຍາຍ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຍົກໃຫ້ເຫັນ 2 ຍຸດທະສາດຄື: ຍຸດທະສາດການຮ່ວມມືໄລຍະ 10 ປີ 2021 2030 ແລະ ສັນຍາວ່າດ້ວຍການຮ່ວມມື ທະວິພາຄີ ໄລຍະ 5 ປີ 2021-2025 ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ເປັນຕົ້ນແມ່ນ: ການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການສຶກສາ ພັດທະນາຊັບພະຍາກອນມະນຸດ, ວຽກງານເສດຖະກິດ, ຮ່ວມມືບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ  ແລະ ການຮ່ວມມືວຽກງານດ້ານຕ່າງໆ. ຈຸດປະສົງໃນຈັດກອງປະຊຸມເຊື່ອມຊຶມໃນຄັ້ງນີ້ ກໍເພື່ອເຮັດໃຫ້ອົງການປົກຄອງເມືອງ, ພະນັກງານຫຼັກແຫຼ່ງ ແລະ ອົງການປົກຄອງບ້ານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຫັນຄວາມສໍາຄັນການຮ່ວມມືຍຸດທະສາດລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ.

ໂດຍ: ດອນ ຂຽວພະນາ  55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *