ກອງປະຊຸມອົງການປົກຄອງເມືອງຊຽງຮ່ອນໄດ້ຮັບຮອງເອົາ 7 ບັນຫາໃນການສືບຕໍ່ຈັດຕັ້ງປະຕິບັດ

ກົດແຊຣ໌

        ກອງປະຊຸມອົງການປົກຄອງເມືອງ ປະຈໍາເດືອນ ສິງຫາ ແລະ ແຜນວຽກຈຸດສຸມປະຈໍາເດືອນ ກັນຍາ 2021 ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 14 ກັນຍາ 2021ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີບັນດາ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຫ້ອງການ, ອົງການ, ກົມກອງ ແລະ ບັນດາທ່ານ ນາຍບ້ານທົ່ວເມືອງເຂົ້າຮ່ວມ.

       ໃນກອງປະຊຸມອົງການປົກຄອງເມືອງຊຽງຮ່ອນ ປະຈໍາເດືອນ ສິງຫາ 2021 ໄດ້ພ້ອມກັນຕົກລົງເຫັນດີຮັບຮອງເອົາ 7 ບັນຫາສຳຄັນສືບຕໍ່ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຄື: 1 ພ້ອມກັນສືບຕໍ່ເພີ່ມຄວມຮັບຜິດຊອບ, ຄວາມເປັນເຈົ້າການ ໃນການປະກອບສ່ວນເຂົ້າໃນການສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ນັບຫຼຸດນ້ອຍຖອຍລົງ. 2 ສືບຕໍ່ຕີລາຄາຄືນ ສະຕິຄວາມຮັບຜິດຊອບ ເປັນເຈົ້າການໃນການປ້ອງກັນ, ປະກອບສ່ວນເຂົ້າໃນການ ຄວບຄຸມ, ແກ້ໄຂ ແລະ ປ້ອງກັນການລະບາດຂອງພະຍາດ ໂຄວິດ-19. 3 ສຸມໃສ່ກວດກາຕີລາຄາການຈັດຕັ້ງປະຕິບັດການຈັດເກັບລາຍຮັບບັນດາຂະແໜງການ ແລະ ບ້ານ ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້. 4 ສຸມໃສ່ໃນການເກັບກຳຂໍ້ມູນ ການລະບາດຂອງສັດຕູພຶດທຳລາຍຜົນລະປູກຂອງປະຊາຊົນ ແລະ ການລະບາດຂອງພະຍາດສັດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອເປັນຂໍ້ມູນຢັ້ງຢືນໃນການຊ່ວຍເຫຼືອໃນຕໍ່ໜ້າ. 5 ສົ່ງເສີມການຜະລິດເປັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ໃນຊ່ວງໄລຍະການລະບາດຂອງພະຍາດໂຄວິດ 19ໃຫ້ເປັນຂະບວນຢ່າງກວ້າງຂວງ. 6 ພ້ອມກັນສືບຕໍ່ຊຸກຍູ້ສົ່ງເສີມວຽກງການສຶກສາໃນສົກຮຽນ 2021-2022 ໃຫ້ໄດ້ຕາມແຜນທີ່ວາງອອກ ແລະ 7 ເອົາໃຈໃສ່ໃນການເກັບກໍາຂໍ້ມູນກ່ຽວກັບແຮງທີ່ເດີນທາງກັບບ້ານວ່າເຂົາເຈົ້າມີຄວາມຮູ້ຄວາມສາມາດດ້ານໃດ ເພື່ອເປັນຂໍ້ມູນໃຫ້ແກ່ການຈ້າງງານຂອງຫົວໜ່ວຍທຸລະກິດຜູ້ປະກອບການ ເພື່ອບໍ່ໃຫ້ແຮງງານດັ່ງກ່າວວ່າງງານເປັນຈຳນວນຫຼວງຫຼາຍ. ເພື່ອເຮັດໃຫ້ບັນຫາດັ່ງກ່າວບັນລຸຕາມແຜນທີ່ວ່າງໄວ້ ທຸພາກສ່ວນ ເປັນຕົ້ນແມ່ນ ອົງການປົກຄອງເມືອງ ແລະ ອົງການປົກຄອງບ້ານ ຕ້ອງເປັນການສຸມທຸກກຳລັງກາຍ, ສະຕິປັນຍາ ແລະ ທ່າແຮງ ເຂົ້າໃນການຈັດຕັ້ງປະຕິບັດບັນຫາດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 55443362.  


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *