ໂຄງການກໍ່ສ້າງຫໍພັກນັກຮຽນ ມສ ມົກສະຕຸ ເມືອງຊຽງຮ່ອນ ສຳເລັດແລ້ວ 85 %

ກົດແຊຣ໌

         ໂຄງການກໍ່ສ້າງຫໍພັກນັກຮຽນ ມສ ມົກສະຕຸ ເມືອງຊຽງຮ່ອນ ມາຮອດປະຈຸບັນ ສໍາເລັດແລ້ວ 85% ໂຄງການດັ່ງກ່າວໄດ້ເລີມກໍ່ສ້າງໃນວັນທີ 22 ກຸມພາ 2021 ຜ່ານມາ ການກໍ່ສ້າງຫໍພັກຫຼັງດັ່ງກ່າວ ເປັນອາຄານຊັ້ນດຽວ ມີຂະໜາດລວງຍາວ 19 ແມັດ ແລະ ລວງກ້ວາງ 8 ແມັດ ປະກອບມີ 4 ຫ້ອງຄື:  ຫ້ອງນອນ, ຫ້ອງອ່ານໜັງສື, ຫ້ອງແຕ່ງກິນ ແລະ ຫ້ອງນໍ້າ, ປະກອບມີນັກຮຽນທີ່ຢູ່ເຂດບ້ານມົກສະຕຸ ຈຳນວນ 6 ບ້ານຄື: ບ້ານ ດອນໄຊ, ບ້ານ ນໍ້າແປ, ບ້ານ ຫ້ວຍຍວກ, ບ້ານ ຫ້ວຍສະເຄັ່ງ ແລະ ບ້ານດົງ ລວມມູນຄ່າການກໍ່ສ້າງທັງໝົດ 466,449,000 ກີບ ເປັນທຶນການຊ່ວຍເຫຼືອລ້າ ຂອງມູນນິທິ ເກື້ອຝັນເດັກ ແລະ ພໍ່ແມ່ປະຊາຊົນເຂດດັ່ງກ່າວສົມທົບ ເປັນຕົ້ນແມ່ນໄມ້ຄ້ຳແບບ, ໄມ້ໂຄງຫຼັງຄາ ມູນຄ່າ 31,500,000 ກີບ ໄລຍະການກໍ່ສ້າງແມ່ນກຳນົດ 6 ເດືອນນັບແຕ່ມື້ລົງມືການກໍ່ສ້າງໃຫ້ສໍາເລັດໂຄງການ ການກໍ່ສ້າງຍັງໄດ້ຍົກໃຫ້ເຫັນ ດ້ານດີກໍ່ຄື ອົງການປົກຄອງເມືອງ ແລະ ບ້ານ ໄດ້ເອົາໃຈໃສ່ຊຸກຍູ້ພໍ່ແມ່ນັກຮຽນ ປະກອບສ່ວນເຂົ້າໃນການກໍ່ສ້າງ, ທາງອຳນວຍການໂຮງຮຽນ ພ້ອມດ້ວຍຄະນະຮັບຜິດຊອບຈາກຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ ຕິດຕາມການກໍ່ສ້າງ ແລະ ຊຸກຍູ້ໃຫ້ຜູ້ຮັບເໝົາກໍ່ສ້າງ ປະຕິບັດຕາມແຜນການ, ດ້ານອ່ອນ, ໄລຍະການກໍ່ສ້າງ ແມ່ນຖືກໄລຍະຂອງການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ການກໍ່ສ້າງ ບໍ່ເປັນໄປຕາມແຜນການ, ການປະກອບສ່ວນຂອງອົງການປົກຄອງບາງບ້ານແມ່ນບໍ່ໄດ້ເປັັນຕາມການຕົກລົງກັນ ການກໍ່ສ້າງຫໍພັກນັກຮຽນໃນຄັ້ງນີ້ຄາດວ່າ ປະມານຕົ້ນເດືອນ ຕຸລາ 2021 ແມ່ນຈະສໍາເລັດ. ຖ້າການກໍ່ສ້າງຫໍພັກຫຼັງດັ່ງກ່າວນີ້ສຳເລັດ ຈະເຮັດໃຫ້ນ້ອງນັກຮຽນທີ່ອາໃສຢູ່ເຂດຫ່າງໄກຈາກໂຮງຮຽນໄດ້ມີຫໍພັກທີ່ສະດວກສະບາຍ.

ຂ່າວ: ດອນ ຂຽວພະນາ

ຂອບໃຈພາບ: ຈາກຄະນະພັດທະນາການສຶກສາຂັ້ນເມືອງ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *