ມອບ-ຮັບກົນຈັກໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ 13 ກຸ່ມພາຍໃນເມືອງ

ກົດແຊຣ໌

     ພິທີ ມອບ-ຮັບ ກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ເມືອງຊຽງຮ່ອນ ພາຍໃຕ້ການສະໜັບສະໜູນຂອງໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປລາວ ຫຼື LACP ພິທີໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 17 ກັນຍາ 2021 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ , ມີຜູ້ປະສານງານ ມີພາກສ່ວນຈາກຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ,ນັກທຸລະກິດ ຜູ້ປະກອບການ ແລະ ກຸ່ມຜະລິດກະສິກຳເປັນສິນຄ້າເຂົ້າຮ່ວມ

ໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກ 25 ລ້ານໂດລາສະຫະລັດ ເຊິ່ງໄດ້ຮັບການເຊັນສັນຍາ ແລະ ອານຸມັດໃນເດືອນພຶດສະພາ 2018 ໄລຍະການປະຕິບັດ 6 ປີ ແຕ່ປີ 2018-2024 ມີພື້ນທີ່ຈັດຕັ້ງປະຕິບັດຢູ່ 5 ແຂວງຄື: ແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ ແລະ ຄຳມ່ວນ ພືດຫຼັກທີ່ໂຄງການໃຫ້ການສົ່ງເສີມເພື່ອການຜະລິດເປັນສິນຄ້າມີຄື: ເຂົ້າ, ສາລີ ແລະ ພືດຜັກ

ສຳລັບຢູ່ ເມືອງຊຽງຮ່ອນ ແມ່ນມີບ້ານເປົ້າໂຄງການ ຜະລິດກະສິກໍາເປັນສີນຄ້າທັງໝົດ 21 ບ້ານ ມີ 1.614 ຄອບຄົວມີ 37 ກຸ່ມຜະລິດຄື: ມີກຸ່ມຜະລິດແນວພັນເຂົ້າຈໍານວນ 3 ກຸ່ມ, ກຸ່ມຜະລິດເຂົ້າສະອາດເປັນສິນຄ້າຈໍານວນ 31 ກຸ່ມ ແລະ ກຸ່ມຜະລິດພືດຜັກສະອາດເປັນສິນຄ້າຈໍານວນ 3 ກຸ່ມ ມີເນື້ອທີ່ນາ ໃນລະດູຝົນ 1,452.19 ຮຕ ແລະ ລະດູແລ້ງ 800 ເຮັກຕາ, ນອນໃນ 6 ເຂດຊົນລະປະທານຄື: ນໍ້າມ່າວ, ນໍ້າງື່ມ ນໍ້າແໜ້ນ, ນໍ້າຄ່ອມ1  ນໍ້າຄ່ອມ2 ແລະ ຊົນລະປະທານ ຮ່ອງຄໍ້າ

      ໃນການສະໜັບສະໜູນໃນຄັ້ງນີ້ເປັນຄັ້ງທີ 2 ໄດ້ສະໜອງ ລົດໄຖໂຄບູຕາໃຫຍ່ ໃຫ້ກຸ່ມຜະລິດເຂົ້າເປັນສິນຄ້າຈໍານວນ 13 ກຸ່ມມີຈໍານວນ 10 ບ້ານຄື: ບ້ານປົ່ງແປ້ນ 2 ກຸ່ມ, ບ້ານນໍ້າລ້ອມ 1 ກຸ່ມ, ບ້ານດອນໄຈ 1 ກຸ່ມ, ບ້ານປ່າຫວ້ານ 1 ກຸ່ມ, ບ້ານກູກ 1 ກຸ່ມ, ບ້ານຄໍ້າ 1 ກຸ່ມ, ບ້ານຂິ່ງ 1 ກຸ່ມ, ບ້ານແກ່ນ 3 ກຸ່ມ, ບ້ານນາອອນ 1 ກຸ່ມ ແລະ ກຸ່ມຜະລິດເຂົ້າບ້ານຫົວນາ 1 ກຸ່ມ ລວມທັງໝົດ 13 ຄັນ. ທຽບໃສ່ກຸ່ມທັງຫມົດຂອງເມືອງໄດ້ມີການມອບ-ຮັບທືນສຳເລັດ 273,600 ໂດລາສະຫະລັດ, ມີ 19 ກຸ່ມ, 13 ບ້ານເທົ່າກັບ 51,3 ສ່ວນຮ້ອຍ, ຍັງຄ້າງ 18 ກຸ່ມ, 8 ບ້ານເທົ່າກັບ 48,7 ສ່ວນຮ້ອຍ

    ຈຸດປະສົງຂອງໂຄງການ ກໍ່ເພື່ອເຮັດໃຫ້ເກີດມີສິ່ງປ່ຽນແປງທາງດ້ານຜົນຜະລິດຂອງຊາວກະສິກອນໃຫ້ເຂັ້ມແຂງໃນການຜະລິດ, ເພີ່ມຍອດຂາຍຜົນຜະລິດຂອງຊາວກະສິກອນໃນເຂດເປົ້າໝາຍ ເພື່ອເຮັດໃຫ້ ກຸ່ມຜະລິດກະສິກຳເປັນສິນຄ້າ ກາຍເປັນທ່າແຮງໃນການຂັບເຄື່ອນແຜນພັດທະນາວຽກງານກະສິກຳ ຂອງເມືອງມີຄຸນນະພາບດີຂື້ນ.

ພາບ,ຂ່າວ : ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 55443362                


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *