ແຜນວຽກຈຸດສຸມພັດທະນະວຽກງານສຶກສາປະຈຳສົກຮຽນ 2021-2022

         ໂດຍປະຕິບັດຕາມແຜນການພັດທະນາວຽກງານການສຶກສາ ແລະ ເພື່ອເຮັດໃຫ້ວຽກງານການສຶກສາໄດ້ມີຄຸນນະພາບດີຂຶ້ນ ທາງຫ້ອງການສຶກສາທິການ ແລະ ກິລາເມືອງຊຽງຮ່ອນ ໄດ້ວາງແຜນວຽກຈຸດສຸມໃນການພັດທະນວຽກງານການສຶກສາ ແລະ ກິລາໄວ້ດັ່ງນີ້: ຕິດຕາມຊຸກຍູ້ການຮຽນ-ການສອນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະສະເພາະກິດຢ່າງເຂັ້ມງວດ; ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 3 ຂໍ້ຂອງຂະແໜງການສຶກສາ, ສົ່ງເສີມຄູສອນດີສອນເກັ່ງ,ຄູປະສົບການ ແລະ ນັກຮຽນເກັ່ງເພື່ອຄັດເລືອກຕົວແທນແຂ່ງຂັນໃນຂັ້ນຕ່າງໆ;

Read more